ກອງປະຊຸມຄັ້ງນີ້ໄດ້ສຳຫຼວດ, ກວດກາຄືນການເຄື່ອນໄຫວຮ່ວມມືຂອງ ARF ພາຍຫຼັງໜຶ່ງປີທີ່ຜັນຂະຫຍາຍແຜນການກະທໍາຮ່າໂນ້ຍ II (2020-2025), ພິຈາລະນາການເຄື່ອນໄຫວໃນປີກາງອາຍຸການ 2021-2022 ແລະຂໍ້ສະເໜີກ່ຽວກັບເອກະສານຮັບໃຊ້ກອງປະຊຸມລັດຖະມົນຕີ ARF ຄັ້ງທີ 28 (ຄາດຄະເນຈັດຂຶ້ນໃນເດືອນ ສິງຫາ 2021). ນອກຈາກນັ້ນ, ບັນດາຜູ້ແທນກໍ່ໄດ້ແລກປ່ຽນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: dangcongsan.vn.

ກ່ຽວກັບສະພາບທະເລຕາເວັນອອກ, ບັນດາຜູ້ແທນຢັ້ງຢືນຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງບັນດາຫຼັກການລະງັບໃຈ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ບັນດາປະເທດຊົມເຊີຍ ອາຊຽນ ແລະຈີນ ໄດ້ມານະພະຍາຍາມເຊື່ອມຕໍ່ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ພາຍຫຼັງໄລຍະທີ່ຖືກຕັດຕອນຍ້ອນພະຍາດໂຄວິດ-19. ຕາມນັ້ນແລ້ວ, ບັນດາປະເທດຮຽກຮ້ອງ COC ຄວນໄດ້ສ້າງໃຫ້ມີເນື້ອແທ້, ມີຜົນສັກສິດ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ UNCLOS 1982.  ຄຽງຂ້າງນັ້ນ, ຮັບຮູ້ບາງການເຄື່ອນໄຫວຝ່າຍດຽວສືບຕໍ່ກໍ່ຄວາມເສຍຫາຍເຖິງຄວາມມານະພະຍາຍາມຂອງບັນດາຝ່າຍ, ກອງປະຊຸມເນັ້ນໜັກເຖິງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ. ກອງປະຊຸມກໍ່ຊົມເຊີຍຄວາມມານະພະຍາຍາມຂອງອາຊຽນ ໃນການໜູນຊ່ວຍມຽນມາ ຢຸດຕິການໃຊ້ຄວາມຮຸນແຮງ, ຊຸກຍູ້ການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງເພື່ອສັນຕິພາບ, ສະຖຽນລະພາບ.

ໂດຍ: ເຈິ່ນຮວ່ຽນ