ກອງປະຊຸມເຫັນດີເປັນເອກະພາບຍູ້ແຮງແຜນການຊື້ວັກຊິນສະໜອງໃຫ້ບັນດາປະເທດສະມາຊິກຜ່ານຂໍ້ຕົກລົງກັບ UNICEF ແລະ COVAX; ສະເໜີອາຊຽນ ນຳໃຊ້ເງິນຈຳນວນ 10,5 ລ້ານໂດລາສະຫະລັດຈາກກອງທຶນອາຊຽນຮັບມືກັບພະຍາດໂຄວິດ-19 ຢ່າງຮີບດ່ວນ ເພື່ອຊື້ວັກຊິນ; ເນັ້ນໜັກເຖິງຄວາມສຳຄັນຂອງການຟື້ນຟູແບບຍືນຍົງ, ສຸມໃສ່ໜູນຊ່ວຍວິສາຫະກິດ, ກຸ່ມມີຄວາມສ່ຽງໄພສູງ ແລະເຂດຫ່າງໄກສອກຫຼີກໃນອາຊຽນ. ກອງປະຊຸມໄດ້ຊົມເຊີຍ ແລະເຫັນດີເປັນເອກະພາບຮັບຮອງເອົາຂໍ້ລິເລີ່ມຂອງຫວຽດນາມ ຈັດຕັ້ງເວທີປາໄສອາຊຽນກ່ຽວກັບການຮ່ວມມືໃນອະນຸພາກພື້ນ: ຮັດແຄບຊ່ອງຫວ່າງພັດທະນາຢູ່ອະນຸພາກພື້ນເພື່ອການຟື້ນຟູຮອບດ້ານ ແລະການພັດທະນາແບບຍືນຍົງໃນໄຕມາດທີ III-2021 ຢູ່ຫວຽດນາມ. ບັນດາຜູ້ແທນຕີລາຄາສູງໝາກຜົນຂອງກອງປະຊຸມພາກພື້ນກ່ຽວກັບການຜັນຂະຫຍາຍແຜນການປະຕິບັດຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ (IAI) ໄລຍະ 2021-2025 ໂດຍຫວຽດນາມ ໃນບົດບາດເປັນປະທານກຸ່ມສະເພາະກິດ IAI ເປັນປະທານໃນວັນທີ 19 ພຶດສະພາ 2021.

leftcenterrightdel
ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ໃຫ້ຮູ້ວ່າ ໃນສະພາບການປະຈຸບັນ, ອາຊຽນ ຄວນບຸລິມະສິດໃຫ້ການຟື້ນຟູ, ຊຸກຍູ້ການເຊື່ອມຕໍ່, ໂດຍລະອຽດແມ່ນຜັນຂະຫຍາຍຂອບຟື້ນຟູສັງລວມຂອງອາຊຽນ ຢ່າງມີປະສິດທິຜົນ ແລະປະຕິບັດສຳເລັດຂອບແລວທາງໄປມາອາຊຽນ, ສ້າງເງື່ອນໄຂສະດວກໃຫ້ການເຄື່ອນຍ້າຍໄປມາໃນອາຊຽນ. ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ສະເໜີອາຊຽນ ຄວນເອົາໃຈໃສ່ໜູນຊ່ວຍບັນດາເຂດຫ່າງໄກສອກຫຼີກ, ໃນນັ້ນມີ ອະນຸພາກພື້ນແມ່ນ້ຳຂອງ, ຟື້ນຟູຫຼັງພະຍາດໂຄວິດ-19 ແລະທ່ວງທັນກັບລະດັບພັດທະນາລວມໃນອາຊຽນ.

ໂດຍ: ທະນາພອນ