leftcenterrightdel
ທ່ານນາງ Caitlin Wiesen, ຫົວໜ້າຄະນະຜູ້ຕາງໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ . ພາບ: TTXVN

ທີ່ການໂອ້ລົມສົນທະນາດັ່ງກ່າວ, ນັກຊ່ຽວຊານສາກົນ ແລະພາຍໃນປະເທດຫຼາຍທ່ານໄດ້ໄຈ້ແຍກກ່ຽວກັບບັນດາຜົນກະທົບທີ່ແຕກຕ່າງກັນຂອງພະຍາດໂຄວິດ-19 ສຳລັບບັນດາປະເທດໃນອາຊຽນ, ວິທີການຮັບມືກັບໂລກລະບາດຂອງບັດນາປະເທດ, ການຮ່ວມມືໃນອາຊຽນ ໃນການຮັບມືກັບໂລກລະບາດ. ຕາມບັນດານັກຊ່ຽວຊານແລ້ວ, ເພື່ອຄວບຄຸມພະຍາດໂຄວິດ - 19 ໃຫ້ໄດ້ນັ້ນ, ບັນດາປະເທດອາຊຽນ ຕ້ອງມຸ່ງໄປເຖິງການສຳຜັດກັບແຫຼ່ງວັກຊິນແຕກຕ່າງກັນ ເພື່ອຜັນຂະຫຍາຍການສັກວັກຊິນໃນວົງກວ້າງ, ມຸ່ງໄປເຖິງການສ້າງພູມຕ້ານທານໃນວົງຄະນະຍາດໃນປີ 2022; ຊອກຫາບັນດາມາດຕະການຮັບມື, ບ້ວງເງິນຊ່ວຍເຫຼືອເສດຖະກິດ ແລະ ຫວັງວ່າ ຈະຍົກເລີກບັນດາມາດຕະການປິດປະຕູ, ແຍກຫ່າງສັງຄົມ, ຟື້ນຟູບັນດາການເຄື່ອນໄຫວເສດຖະກິດໃນໄລຍະອັນບໍ່ໄກນີ້.

ແຫຼ່ງຄັດຈາກ: vovworld.vn