ກ່ອນໜ້ານັ້ນ, ໃນວັນທີ 16 ເມສາ, ບັນດາແຫຼ່ງຂ່າວພາກພື້ນໃຫ້ຮູ້ວ່າ ບັນດາການນຳທີ່ມາຈາກທັງໝົດ 10 ປະເທດອາຊຽນ, ທ່ານພົນໂທ Min Aung Hlaing ການນຳການທະຫານມຽນມາ ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.

ປະເທດເຈົ້າພາບອິນໂດເນເຊຍ ແລະທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ຊຸກຍູ້ແຜນການຈັດຕັ້ງກອງປະຊຸມຂັ້ນສູງພິເສດອາຊຽນ ໃນ 2 – 3 ອາທິດທີ່ຜ່ານມາ, ດ້ວຍການສະໜັບສະໜູນຂອງ ມາເລເຊຍ, ບຣູໄນ, ສິງກະໂປ ແລະ ຟີລິບປິນ.

ແຫຼ່ງຄັດຈາກ: vovworld.vn