leftcenterrightdel
ການສັກວັນຊີນກັນໂລກລະບາດໂຄວິດ-19 ໃຫ້ພະນັກງານການແພດຢູ່ຈາກາຕາປະເທດ ອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

"ໂລກລະບາດໂຄວິດ-19 ແລະຜົນການກະທົບຂອງມັນຍັງຄົງແມ່ນສິ່ງທ້າທາຍໃຫຍ່ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປີ 2021" ນັ້ນແມ່ນໝາກຜົນການສຳຫຼວດໂດຍສູນຄົ້ນຄວ້າອາຊຽນ ສັງກັດສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ມີສຳນັກງານຕັ້ງຢູ່ສິງກະໂປ ປະກາດໃນວັນທີ 10 ກຸມພາ. ການສຳຫຼວດໄດ້ດຳເນີນຢູ່ 10 ປະເທດສະມາຊິກອາຊຽນດ້ວຍຜູ້ຖືກຖາມແມ່ນ 1.032 ຄົນສ່ວນຫຼາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະນັກຂ່າວ.

ມີ 76% ຈຳນວນຜູ້ຖືກຖາມເວົ້າວ່າ: ໄພນາບຂູ່ຂອງໂລກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດປະຈຸບັນແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນອາຊີຕາເວັນອອກສ່ຽງໃຕ້ເຫັນດີຕໍ່ມາດຕະການປ້ອງກັນ, ຕ້ານໂລກລະບາດຂອງລັດຖະບານ. ການສຳຫຼວດກໍ່ໃຫ້ເຫັນວ່າສ່ວນຫຼາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະຫນັບສະຫນູນຫຼັກການເຄົາລົບກົດໝາຍສາກົນໃນບັນຫານີ້.

ແຫຼ່ງຄັດຈາກ: vovworld.vn