ທີ່ກອງປະຊຸມ, ທ່ານ ເຈິ່ນຕວ໋ນແອັງ ໃຫ້ຮູ້ວ່າ ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງອາຊຽນ ໃນໂລຍະ 2009-2018 ກໍຄືແມ່ນນັກລົງທຶນໃຫຍ່ທີ່ສຸດຂອງອາຊຽນ. ຍົກຕົວຢ່າງສັນຍາການຄ້າເສລີ (FTA) ລະຫວ່າງ ອີຢູ-ຫວຽດນາມ,  ທ່ານ ເຈິ່ນຕວ໋ນແອັງ ຖືວ່າ, ບັນດາສັນຍາ FTA ທີ່ມີຄຸນນະພາບສູງຄືດັ່ງກ່າວສົ່ງຜົນກະທົບທີ່ຕັ້ງໜ້າເຖິງເສດຖະກິດຫວຽດນາມ, ປັບປຸງບັດດາຂັ້ນຕອນການຄຸ້ມຄອງ ແລະລະບົບນິຕິກໍາຂອງຫວຽດນາມ, ມຸ່ງໄປເຖິງຄວາມໂປ່ງໃສ ແລະຄວາມເປີດເຜີຍກວ່າອີກ.  ແລະຜົນສໍາເລັດໃນເບື້ອງຕົ້ນຂອງບັນດາສັນຍາ FTA ລະຫວ່າງອີຢູ ກັບແຕ່ລະປະເທດສະມາຊິກອາຊຽນ ຈະແມ່ນພື້ນຖານທີ່ໝັ້ນແກ່ນມຸ່ງໄປເຖິງ FTA ລະຫວ່າງອາຊຽນ ແລະອີຢູ.

leftcenterrightdel
ທ່ານ ເຈິ່ນຕວ໋ນແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ເຈິ່ນຕວ໋ນແອັງ ແລ້ວ, ອີຢູ ແລະອາຊຽນ ຄວນສືບຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືຫຼາຍຢ່າງທາງດ້ານເສດຖະກິດ, ການຄ້ານັບທັງສອງຝ່າຍ ແລະໃນພາກພື້ນ, ໃນນັ້ນສຸມໃສ່ບັນດາຫົວຂໍ້ຮີບດ່ວນສຳລັບປະຊາຄົມວິສາຫະກິດຄື ການເຊື່ອມຕໍ່ລະບົບສະໜອງ ແລະຮົ້ວປອດພາສີ. ນອກຈາກນັ້ນ, ທ່ານ ເຈິ່ນຕວ໋ນແອັງ ກໍ່ເນັ້ນໜັກວ່າ ປັດຈຸບັນ, ອາຊຽນ ແລະອີຢູ ພວມຢູ່ໃນວິວັດການແລກປ່ຽນເພື່ອຊຸກຍູ້ການເຊື່ອມຕໍ່ບັນດາການພົບປະເຈລະຈາສັນຍາ FTA ລະຫວ່າງອາຊຽນ ແລະອີຢູຄືນໃໝ່, ລວມມີການເພີ່ມທະວີບັນດາການເຈລະຈາທຸກຂັ້ນໃນບັນດາຂົງເຂດທີ່ຕ່າງຝ່າຍມີຄວາມສົນໃຈ ກໍ່ຄືສ້າງຂອບເຂດການເຈລະຈາ FTA ທີ່ຄາດຄະເນລະຫວ່າງສອງຝ່າຍ.

ໂດຍ: ທູຈາງ