ເມື່ອຕອບສໍາພາດຕໍ່ນັກຂ່າວກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍບັນດາບຸລິມະສິດ, ຂໍ້ລິເລີ່ມໃນປີເປັນປະທານອາຊຽນ 2020, ທ່ານ ເຢືອງຮວ່າຍນາມ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ປີ 2020, ໂດຍເສີມຂະຫຍາຍຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ອາຊຽນ ໄດ້ປະຕິບັດສໍາເລັດ “ໜ້າທີ່ຄວບຄູ່” ເປັນຢ່າງດີແມ່ນທັງມານະພະຍາຍາມຮັກສາທ່າກໍ່ສ້າງປະຊາຄົມ, ທັງຮັບມືກັບພະຍາດໂຄວິດ - 19 ແລະຊຸກຍູ້ການຟື້ນຟູຢ່າງຮອບດ້ານ".

leftcenterrightdel
ທ່ານ ເຢືອງຮວ່າຍນາມ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: phapluatxahoi.vn.

ມາຮອດປະຈຸບັນ, ອາຊຽນ ໄດ້ປະຕິບັດສໍາເລັດບັນດາບຸລິມະສິດ, ຂໍ້ລິເລີ່ມໃນປີ 2020 ໂດຍພື້ນຖານຖືກຕາມວິວັດທະນາການທີ່ວາງອອກ, ໃນນັ້ນມີການຕີລາຄາກາງໄລຍະວິໄສທັດປະຊາຄົມອາຊຽນ 2025, ສຳຫຼວດກວດຄືນການປະຕິບັດກົດບັດອາຊຽນ, ອອກຖະແຫຼງການຮ່າໂນ້ຍກ່ຽວກັບວິໄສທັດປະຊາຄົມອາຊຽນ 2025, ຕິດພັນການພັດທະນາອະນຸພາກພື້ນກັບວິວັດທະນາການກໍ່ສ້າງປະຊາຄົມອາຊຽນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ແລະບັນດາຂໍ້ລິເລີ່ມກ່ຽວກັບການເພີ່ມທະວີຮູບພາບ ແລະການຮັບຮູ້ຕົວຕົນຂອງປະຊາຄົມອາຊຽນ.

ກ່ຽວກັບຂໍ້ລິເລີ່ມຮ່ວມທີ່ຮັບມືກັບພະຍາດໂຄວິດ - 19, ກອງທຶນອາຊຽນ ຮັບມືກັບພະຍາດໂຄວິດ - 19 ໄດ້ຮັບເງິນປະກອບ 10 ລ້ານໂດລາສະຫະລັດ ຈາກບັນດາປະເທດອາຊຽນ ແລະຄູ່ຮ່ວມມື, ສາງສໍາຮອງອຸປະກອນການແພດອາຊຽນ ແລະຂັ້ນຕອນມາດຕະຖານກ່ຽວກັບການຮັບມືກັບບັນດາກໍລະນີການແພດສາທາລະນະສຸກເສີນ ແລະສູນອາຊຽນກ່ຽວກັບການຮັບມືກັບເຊື້ອພະຍາດຫາກໍ່ພົ້ນເດັ່ນ ກໍ່ຈະໄດ້ປະກາດເນື່ອງໃນໂອກາດດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37”.

ໂດຍ: ທະນາພອນ