leftcenterrightdel
ບັນດາລັດຖະມົນຕີເສດຖະກິດອາຊຽນ ເຂົ້າຮ່ວມກອງປະຊຸມປຶກສາຫາລື. ພາບ: ເຟືອງຮັ່ງ.

ທີ່ການເຮັດວຽກ, ບັນດາລັດຖະມົນຕີຮັບຮູ້ວ່າ, ຕາມການສະຖິຕິຈາກຝ່າຍອາຊຽນ, ຍອດມູນຄ່າແລກປ່ຽນການຄ້າລະຫວ່າງອາຊຽນ ແລະ 3 ປະເທດຄູ່ຮ່ວມມືດັ່ງກ່າວບັນລຸ 890,2 ພັນຕື້ໂດລາສະຫະລັດ, ປະກອບ 31,6% ເຂົ້າໃນຍອດມູນຄ່າແລກປ່ຽນການຄ້າຂອງອາຊຽນກັບຄູ່ຮ່ວມມືຕ່າງໆໃນປີ 2019; ເພີ່ມຂຶ້ນເກືອບ1,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ຍອດມູນຄ່າ FDI ເຂົ້າອາຊຽນຈາກ 3 ປະເທດດັ່ງກ່າວແມ່ນບັນລຸປະມານ 32 ພັນຕື້ໂດລາສະຫະລັດໃນປີ 2019, ກວມເອົາປະມານ 19,9% ໃນຍອດເງິນ FDI ເຂົ້າມາລົງທຶນຢູ່ອາຊຽນໃນປີດຽວກັນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລື. ພາບ: ເຟືອງຮັ່ງ.

ນອກຈາກນັ້ນ, ບັນດາລັດຖະມົນຕີກໍ່ສະແດງຄວາມເຫັນອົກເຫັນໃຈ ແລະເປັນຫວ່ງເປັນໃຍຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຈາກພະຍາດໂຄວິດ-19 ເຖິງຊີວິດຂອງປະຊາຊົນໃນພາກພື້ນ ແລະເຫັນດີເປັນເອກະພາບນໍາກັນວ່າ ຈະສືບຕໍ່ຮັກສາການຮ່ວມມື, ພ້ອມກັນຕ້ານພະຍາດ ເພື່ອພັດທະນາເສດຖະກິດ ແລະເຮັດໃຫ້ນະໂຍບາຍມະຫາພາກລະຫວ່າງຝ່າຍຕ່າງໆເປັນປົກກະຕິ, ໄປຄຽງຄູ່ກັນນັ້ນແມ່ນຮັກສາລະບົບສະໜອງ, ພິເສດແມ່ນສໍາລັບສິນຄ້າປະເພດຕ່າງໆ ຄື: ສິນຄ້າທາງການແພດ, ທັນຍາຫານ...

ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບນໍາກັນວ່າ ຈະເພີ່ມທະວີການຮ່ວມມືເພື່ອແນໃສ່ຜັນຂະຫຍາຍແຜນການດໍາເນີນງານລະຫວ່າງສອງຝ່າຍ, ຈາກນັ້ນຊຸກຍູ້ການພັດທະນາເສດຖະກິດ ແລະຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19, ກຽມພ້ອມຮັບມືກັບທຸກໆກໍລະນີທີ່ເກີດຂຶ້ນຢູ່ໃນພາກພື້ນ...

ໂດຍ: ທູຈາງ