ຖືເປັນສໍາຄັນບົດບາດຂອງອາຊຽນຢູ່ທະເລຕາເວັນອອກ

ຜ່ານມາ, ອາຊຽນ ແລະຈີນ ໄດ້ຢັ້ງຢືນຄືນໃໝ່ບັນດາຄໍາໝັ້ນສັນຍາຢ່າງຕັ້ງໜ້າກ່ອນທີ່ຈະຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືທີ່ຈະດໍາເນີນໃນທ້າຍປີນີ້. ທີ່ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ (ACSOC) ຄັ້ງທີ 26 ເຊິ່ງໄດ້ຈັດຕັ້ງຂຶ້ນໃນວັນທີ 1 ກໍລະກົດນັ້ນ, ອາຊຽນ ແລະຈີນ ໄດ້ສືບຕໍ່ຢັ້ງຢືນຄໍາໝັ້ນສັນຍາຮ່ວມມືຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອແນໃສ່ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ. ພິເສດແມ່ນ, ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ ແລະຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ.

leftcenterrightdel
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ (ACSOC) ຄັ້ງທີ 26. ພາບ: ກະຊວງການຕ່າງປະເທດ.

ກ່ຽວກັບຝ່າຍຫວຽດນາມ, ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ເນັ້ນໜັກວ່າ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຢູ່ໃນລະດັບສູງທີ່ສຸດ, ຍູ້ແຮງການສົມທົບກັນມີການກະທໍາ ແລະຮັບມືລວມກັບບັນດາປະເທດຄູ່ຮ່ວມມືອາຊຽນຕາມເນື້ອໃນຈິດໃຈຫົວຂໍ້ຂອງປີອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”. ທ່ານ ຫງວຽນກວ໊ກຢູງ ຢັ້ງຢືນວ່າ, ອາຊຽນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບຈີນ ເພື່ອຜັນຂະຫຍາຍຖະແຫຼງການ DOC ໃຫ້ຄົບຖ້ວນ ແລະມີປະສິດທິຜົນ ແລະມານະພະຍາຍາມ, ສູ້ຊົນສ້າງ COC ໃໝ່ໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ກໍ່ທີ່ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ (ADSOM+) ໄດ້ດໍາເນີນໃນອາທິດຜ່ານມານັ້ນ, ບັນດາການນໍາອາຊຽນໄດ້ພ້ອມກັນຢັ້ງຢືນເຖິງຄວາມສໍາຄັນຂອງການຮັກສາ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ຮັບປະກັນໃຫ້ທະເລຕາເວັນອອກແມ່ນເຂດທະເລທີ່ມີສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.

ທີ່ກອງປະຊຸມ ADSOM+, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າ ADSOM+ ຫວຽດນາມ ໄດ້ຢັ້ງຢືນວ່າ ອາຊຽນເຄົາລົບສາຍພົວພັນລະຫວ່າງບັນດາປະເທດໃຫຍ່ນໍາກັນ ແຕ່ສາຍພົວພັນນັ້ນ ຕ້ອງປະຕິບັດຕາມກົດໝາຍສາກົນ, ເຄົາລົບບັນດາປະເທດໃນອາຊຽນ, ເພື່ອນໍາມາເຊິ່ງສັນຕິພາບ, ສະຖຽນລະພາບ.

ກໍ່ທີ່ກອງປະຊຸມ ADSOM+, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ເອົາໃຈໃສ່ເປັນພິເສດ ແລະສະຫງວນບຸລິມະສິດສູງທີ່ສຸດໃຫ້ແກ່ການຮັກສາທ່ວງທ່າຮ່ວມມື. ພ້ອມທັງຕີລາຄາສູງຕໍ່ບັນດາວິທີເຮັດຢ່າງມີຫົວຄິດປະດິດສ້າງ, ເໝາະສົມກັບສະພາບໃໝ່, ນໍາມາເຊິ່ງການຮ່ວມມືທີ່ແທດຈິງ, ມີປະສິດທິຜົນລະຫວ່າງບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື.

ຮັກສາທ່າເຕີບໂຕ

ຕາມການໄຈ້ແຍກຂອງວົງການນັກຊ່ຽວຊານສາກົນແລ້ວ, ເຖິງວ່າສະພາບການທະເລຕາເວັນອອກຍັງມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ກໍ່ມີຫຼາຍສັນຍານຕັ້ງໜ້າໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ. ພົ້ນເດັ່ນໃນນັ້ນແມ່ນການຮ່ວມມືລະຫວ່າງອາຊຽນ-ຈີນ ກຳລັງມີບາດກ້າວໜ້າຕັ້ງໜ້າ, ມີປະສິດທິຜົນສູງ ແລະນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງ ແລະມີປະສິດທິຜົນ. ໃນສະພາບການຕົວຈິງ, ອາຊຽນ ແລະຈີນ ໄດ້ມານະພະຍາຍາມຮ່ວມມືກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເປັນຕົ້ນແມ່ນພະຍາດໂຄວິດ-19. ໃນນັ້ນ, ການຄ້າສອງສົ້ນຍັງຮັກສາທ່າເຕີບໂຕນັບແຕ່ຕົ້ນປີຈົນມາຮອດປະຈຸບັນແມ່ນຢູ່ໃນລະດັບ 4,2%. ການຮ່ວມມືລະຫວ່າງອາຊຽນ ແລະຈີນ ມີຄວາມຮອບດ້ານ ແລະແຂງພໍສົມຄວນໃນຫຼາຍຂົງເຂດ, ຄື: ການພັດທະນາເສດຖະກິດດີຈີຕອນ, ການຮ່ວມມືທາງທະເລ...

ບັນດາປະເທດອາຊຽນ ກໍ່ຢັ້ງຢືນວ່າ, ຈີນ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນ ແລະສວມບົດບາດສໍາຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ. ພິເສດ, ແຕ່ຕົ້ນປີມາຮອດປະຈຸບັນ, ຈີນ ໄດ້ມານະພະຍາຍາມຮ່ວມມືໃນການຄວບຄຸມພະຍາດໂຄວິດ-19 ແລະຮັກສາສະຖຽນລະພາບ, ພັດທະນາເສດຖະກິດ-ສັງຄົມ. ພ້ອມທັງຕັ້ງໜ້າສະໜັບສະໜູນບັນດາຂໍ້ລິເລີ່ມຂອງອາຊຽນກ່ຽວກັບກອງທຶນຮັບມືກັບພະຍາດໂຄວິດ-19 ແລະສາງແຮວັດຖຸອຸປະກອນການແພດສຸກເສີນລະດັບພາກພື້ນກໍ່ຄືຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງກັບອາຊຽນ.

ໃນໄລຍະຈະມາເຖິງ, ອາຊຽນ ແລະຈີນ ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນມຸ່ງໄປເຖິງການຟື້ນຟູເສດຖະກິດ, ການແລກປ່ຽນການຄ້າເທື່ອລະກ້າວພາຍຫຼັງຖືກຜົນກະທົບຈາກພະຍາດໂຄວິດ-19. ດ້ານອື່ນ, ອາຊຽນ ແລະຈີນ ກໍ່ສືບຕໍ່ສ້າງໃຫ້ສໍາເລັດແຜນການດໍາເນີນງານອາຊຽນ-ຈີນ ໄລຍະ 2021-2025 ເພື່ອແນໃສ່ກໍານົດທິດບຸລິມະສິດໃຫ້ແກ່ການຮ່ວມມື.

ໂດຍ: ເຈິ່ນຮວ່ຽນ