ບົດລາຍງານຂອງກະຊວງຄຸ້ມຄອງທ່ີດິນ ລະບຸວ່າ ແຜນການຕົວເມືອງ ແລະການກໍ່ສ້າງປະເທດກຳປູເຈຍປະມານ 2.522 ໂຄງການໃນທົ່ວປະເທດໄດ້ຖືກຮັບຮອງໃນໄລຍະ 6 ເດືອນຕົ້ນປີດ້ວຍຍອດມູນຄ່າການລົງທຶນເຖິງ 3,8 ຕື້ໂດລາສະຫະລັດ, ເປັນຕົວເລກເພີ່ມຂຶ້ນສູງເມື່ອທຽບໃສ່ລະດັບ 2.047 ໂຄງການ ແລະເກືອບ 3,4 ຕື້ໂດລາສະຫະລັດຂອງແຫລ່ງການລົງທຶນເມື່ອປີກາຍນີ້.

leftcenterrightdel
ພາບປະກອບຈາກ: thoibaotaichinhvietnam.vn.

ຂົງເຂດການກໍ່ສ້າງໄດ້ສ້າງວຽກເຮັດງານທຳຈຳນວນ 170.059 ຕຳແໜ່ງງານຕໍ່ວັນ ໃຫ້ແກ່ຊາວຜູ້ອອກແຮງງານຢູ່ນະຄອນຫລວງ ພະນົມເປັນ. ຕາມຜົນການຄົ້ນຄ້ວາລະບຸວ່າ ຜູ້ອອກແຮງງານດ້ວຍຮ່າງກາຍລວມມີປະມານ 10-15 ໂດລາສະຫະລັດຕໍ່ວັນ, ໃນຂະນະທ່ີແຮງງານສີມືມີລາຍຮັບຈາກ 15-25  ໂດລາສະຫະລັດຕໍ່ວັນ, ນັກວິສະວະກອນ, ຜູ້ອອກແບບ ແລະຊ່ຽວຊານ 400-2.500 ໂດລາສະຫະລັດຕໍ່ວັນ. ທ່ານເກັຣກ ໂຊກນິນ ປະທານສະມາຄົມທຸລະກິດອະສັງຫາລິມະຊັບ ແລະກຳນົດມູນຄ່າ ຊັບສົມບັດກຳປູເຈຍ (CVEA) ເນັ້ນວ່າ ຂົງເຂດອະສັງຫາລິມະຊັບຂອງປະເທດນີ້ຈະຟື້ນຟູຄືນຢ່າງແຂງແຮງ. ປະຊາຊົນພາຍໃນປະເທດພວມຊອກຫາວິທີການເຊ່ືອມຈອດໃນການຊື້-ຂາຍອະສັງຫາລິມະຊັບ. ທ່ານກ່າວວ່າໃນຊຸມເດືອນຜ່ານມາຂົງເຂດນີ້ໄດ້ຢຸດຈຶ້ງ ແລະຄາດວ່າຈະເລ່ີມຟື້ນຟູຄືນໃນໄລຍະສອງເດືອນຕໍ່ໜ້າ.

ເນື້ອໃນ: ຂປລ