ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານ ຟ້າມບິ່ງມິງ ຊີ້ແຈ້ງວ່າ ວາລະປະຊຸມຄັ້ງນີ້ຂອງຄະນະກໍາມະການແຫ່ງຊາດດໍາເນີນໄປໃນສະພາບພະຍາດໂຄວິດ-19 ໄດ້ ແລະພວມແຜ່ລະບາດຢ່າງກວ້າງຂວາງໃນທົ່ວໂລກ, ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງເສດຖະກິດ, ສັງຄົມ, ການດໍາລົງຊີວິດຂອງປະເທດຕ່າງໆ ແລະປະຊາຊົນ.

ເມື່ອລາຍງານທີ່ວາລະປະຊຸມ, ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດອາຊຽນ 2020 ໄດ້ຊີ້ແຈ້ງບັນດາວຽກງານທີ່ໄດ້ຜັນຂະຫຍາຍນັບແຕ່ຕົ້ນປີມາຮອດປັດຈຸບັນ. ກ່ຽວກັບການຜັນຂະຫຍາຍບັນດາໝາກຜົນ ແລະຂໍ້ລິເລີ່ມໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີທີ່ກອງປະຊຸມສຸດຍອດທາງໄກອາຊຽນ ແລະອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄສິດ-19; ໃນນັ້ນມີຂໍ້ລິເລີ່ມສ້າງຕ້ັງສາງແຮໄວ້ວັດຖຸອຸປະກອນການແພດຂອງພາກພື້ນ, ສ້າງປະມວນຂັ້ນຕອນມາດຕະຖານອາຊຽນກ່ຽວກັບການຮັບມືກັບບັນດາກໍລະນີການແພດສາທາລະນະຢ່າງຮີບດ່ວນ, ແຜນການຟື້ນຟູອາຊຽນ ຫຼັງພະຍາດໂຄວິດ-19, ທ່ານ ຫງວຽນກວກຢູງ ໃຫ້ຮູ້ວ່າ ປັດຈຸບັນ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກໍາລັງຍູ້ໄວຄວາມຄືບໜ້າ ແລະສ້າງເອກະສານ, ມາດຕະການຜັນຂະຫຍາຍໂດຍພື້ນຖານ ເພື່ອໃຫ້ບັນດາປະເທດອາຊຽນ ປະກອບຄໍາເຫັນ, ຫຼັງຈາກນັ້ນຈະຍື່ນສະເໜີຕໍ່ສະພາປະສານງານອາຊຽນ (ACC) ໂດຍໄວ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກໍາມະການແຫ່ງຊາດອາຊຽນ 2020 ກ່າວຄໍາເຫັນທີ່ວາລະປະຊຸມ. ພາບ: baochinhphu.vn.

ສະຫຼຸບວາລະປະຊຸມ, ທ່ານ ຟ້າມບິ່ງມິງ ຮຽກຮ້ອງໃຫ້ບັນດາກະຊວງ: ກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ສືບຕໍ່ເສີມຂະຫຍາຍບົດບາດເປັນອົງການຮັບຜິດຊອບບັນດາເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມ, ຊັກຈູງ ແລະປະສານງານບັນດາການເຄື່ອນໄຫວ, ເນື້ອໃນຮ່ວມມືໃນແຕ່ລະເສົາຄໍ້າໃນສະພາບການໃໝ່. ບັນດາກະຊວງ, ຂະແໜງການຮັບຜິດຊອບຂົງເຂດຕ່າງໆທີ່ ຖືກຜົນກະທົບຫຼາຍຢ່າງຈາກພະຍາດໂຄວິດ-19 ໃນໄລຍະຜ່ານມາຄວນສົມທົບກັບບັນດາກະຊວງທີ່ມີຄວາມຮັບຜິດຊອບເປັນເສົາຄໍ້າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເນື້ອໃນ ແລະຄວາມຄືບໜ້າຜັນຂະຫຍາຍບັນດາວຽກງານທີ່ໄດ້ຮັບມອບໝາຍ.

ໂດຍ: ທູຈາງ