leftcenterrightdel
 

ໂອກາດນີ້, ພັທ ສີເພັງ ສຸລະເດດ ຫົວໜ້າຫ້ອງເສນາທິການກົມ 213 ຜູ້ບັນຊາພາກສະໜາມກ່າວວ່າ: ຈຸດປະສົງຂອງການສະແດງໃນຄັ້ງນີ້ແມ່ນເພື່ອສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະວັນສ້າງຕັ້ງເຫລົ່າຮົບສືບຂ່າວ, ທັງເປັນການຮັບປະກັນໃຫ້ກຳລັງກົມກອງເຫລົ່າຮົບສືບຂ່າວ ໄດ້ຮັບການອົບຮົມຫັດແອບຢ່າງຕໍ່ເນື່ອງ, ປະຕິບັດລະບຽບພາກສະໜາມ, ມີຄວາມຊຳນິຊຳນານທາງດ້ານສິລະປະຍຸດ, ຍຸດທະວິທີສືບຂ່າວ, ເຕັກນິກການນຳໃຊ້ອາວຸດ-ກະສູນ, ອຸປະກອນປະກອບ ສະເພາະສືບຂ່າວ ແລະຮູບແບບການປະຕິບັດໜ້າທີ່ສູ້ຮົບປະສານກັບເຫລົ່າທະຫານອາກາດ ກຽມພ້ອມປະຕິບັດໜ້າທີ່ແກ້ໄຂ ສະພາບການຕ່າງໆ ຕາມຄຳສັ່ງຂອງຂັ້ນເທິງໃນສະເພາະໜ້າ ແລະຍາວນານ. ໃນຫລາຍປີທີ່ຜ່ານມາ, ກຳລັງກົມກອງເຫລົ່າຮົບສືບຂ່າວ ໄດ້ຈັດຕັ້ງອົບຮົມ-ຫັດແອັບ ຕາມຄຳສັ່ງອົບຮົມ-ຫັດແອບປະຈຳປີ ຂອງກົມອົບຮົມກົມໃຫຍ່ການເມືອງກອງທັບຢ່າງຕໍ່ເນື່ອງ ໂດຍໄດ້ສຸມໃສ່ອົບຮົມ-ຫັດແອບການທະຫານ ແລະການບັນຊາ, ໃນນີ້ໄດ້ສຸມໃສ່ອົບຮົມ-ຫັດແອບສິລະປະຍຸດ ແລະ ຍຸດທະວິທີສືບຂ່າວເປັນຈຸດໜັກ.

leftcenterrightdel
 

ການສະແດງໃນຄັ້ງນີ້ປະກອບມີການສະແດງສິລະປະ, ການສະແດງມວຍສືບຂ່າວ (ມວຍຫັດກາຍຊາຍ, ມວຍສູ້ຮົບຊາຍ-ຍິງ, ສືບຂ່າວຂ້າມຜ່ານສິ່ງກີດຂວາງ ແລະມວຍສືບຂ່າວກຳລັງພາຍໃນ), ການໂດດຈ້ອງສະແດງກຳລັງ, ການຍິງເປີດປ້າຍຄຳຂວັນ, ການໂດດຈ້ອງລົງແນວຫລັງປິດລັບບັງເອີນຫລອນຕີ, ທຳລາຍຂຸມປືນໃຫຍ່ຂອງສັດຕູ, ການໂຢດພົນລົງແນວຫລັງປິດລັບບັງເອີນຫລອນ ຕີທຳລາຍສັດຕູ, ການບິນສະແດງຂອງຍົນສູ້ຮົບ ແລະອື່ນໆ.

ຂ່າວ: ຂປລ