ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສະແດງການສະໜັບສະໜູນຫົວຂໍ້ ແລະບັນດາກຳນົດທິດບຸລິມະສິດ ໂດຍຫວຽດນາມ ສະເໜີໃຫ້ອາຊຽນ 2020, ພ້ອມທັງຖືວ່າ ຫົວຂໍ້ ແລະບັນດາກຳນົດທິດດັ່ງກ່າວແມ່ນເໝາະສົມກັບເປົ້າໝາຍຊອດທະລຸຂອງວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ແມ່ນການສືບທອດຄວາມມານະພະຍາຍາມຂອງບັນດາປະທານຊຸດກ່ອນ. ຕາມນັ້ນແລ້ວ, ການຮ່ວມມືອາຊຽນ 2020 ຈະສຸມໃສ່ການປັບປຸງຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບໃນອາຊຽນ, ຊຸກຍູ້ການຮ່ວມສໍາພັນດ້ານເສດຖະກິດ, ຍູ້ແຮງການຄ້າ ແລະການລົງທຶນພາຍໃນກຸ່ມ, ພ້ອມທັງເປັນເຈົ້າການຮັບມືບັນດາກາລະໂອກາດ ແລະສິ່ງທ້າທາຍ ພວມເກີດຂຶ້ນຈາກສະພາບການພາກພື້ນ ແລະທົ່ວໂລກ ພວມມີການປ່ຽນແປງຢ່າງວ່ອງໄວກໍ່ຄືການພັດທະນາຢ່າງແຮງຂອງເຕັກໂນໂລຢີ.

leftcenterrightdel
ລັດຖະມົນຕີບັນດາປະເທດເຂົ້າຮ່ວມກອງປະຊຸມ. ພາບ: baoquocte.vn.

ບັນດາປະເທດໄດ້ເຫັນດີເປັນເອກະພາບຕໍ່ການສະເໜີຂອງຫວຽດນາມ ກ່ຽວກັບແຜນການເຄື່ອນໄຫວຂອງອາຊຽນ ໃນປີ. ຕາມນັ້ນແລ້ວ, ອາຊຽນ ຈະຜັນຂະຫຍາຍບາງຂໍ້ລິເລີ່ມ, ຄື: ດໍາເນີນການຕີລາຄາວິວັດທະນາການກໍ່ສ້າງປະຊາຄົມ,  ແລກປ່ຽນກ່ຽວກັບກໍານົດທິດພັດທະນາອາຊຽນ ຫຼັງປີ 2025, ເພີ່ມທະວີການເຊື່ອມຕໍ່, ໃນນັ້ນມີການພັດທະນາອະນຸພາກພື້ນແມ່ນ້ຳຂອງ, ເພີ່ມສິດອຳນາດໃຫ້ແກ່ແມ່ຍິງ...

ກ່ຽວກັບການພົວພັນຕ່າງປະເທດ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເປີດກ້ວາງ ແລະເຮັດໃຫ້ການພົວພັນຕ່າງປະເທດຂອງອາຊຽນ ເລິກເຊິ່ງຕື່ມອີກ. ຕາມນັ້ນແລ້ວ, ກອງປະຊຸມສຸດຍອດສະເຫຼີມສະຫຼອງ ອາຊຽນ-ນິວຊີແລນ ຈະໄດ້ຈັດຕັ້ງໃນວັນທີ 9 ເມສາ 2020 ພາຍຫຼັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຢູ່ດ່ານັ້ງ. ບັນດາລັດຖະມົນຕີໄດ້ສະຫງວນເວລາເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ.

ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ປະຕິບັດສຳເລັດໜ້າທີ່ປະທານອາຊຽນ 2020, ພ້ອມກັບບັນດາປະເທດຮ່ວມມືເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ ແລະຈະເລີນຮຸ່ງເຮືອງ, ເພື່ອອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື.

ໂດຍ: ເຈິ່ນຮວ່ຽນ