ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ, ການຮ່ວມມື ແລະຄວາມໝັ້ນຄົງທາງທະເລຍາມໃດກໍ່ແມ່ນຂົງເຂດບຸລິມະສິດໃນການຮ່ວມມືພາຍໃນອາຊຽນ ແລະລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື. ປະຈຸບັນ, ມີກວ່າ 12 ອົງການຂອງອາຊຽນພວມເຂົ້າຮ່ວມຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືທາງທະເລດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ຈາກການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ຊອກຫາກູ້ໄພກູ້ຊີບ, ຕ້ານການໂຈນສະຫຼັດ, ເຖິງຕ້ານການຫາປາຢ່າງຜິດກົດໝາຍ, ປົກປັກຮັກສາສິ່ງແວດລ້ອມ ແລະກຳຈັດຂີ້ເຫຍື້ອ ແລະສິ່ງເສດເຫຼືອພາດສະຕິກ.

leftcenterrightdel
ບັນຍາກາດທີ່ເວທີປາໄສທະເລອາຊຽນ ຄັ້ງທີ 9. ພາບ: ເຈື່ອງລືວ.

ຕໍ່ໜ້າບັນດາການຜັນແປຢ່າງສັບສົນຢູ່ທະເລ, ເວທີປາໄສຄັ້ງນີ້ມີໜ້າທີ່ສໍາຫຼວດກວດກາຄືນທຸກໆການເຄື່ອນໄຫວຮ່ວມມື, ກໍານົດບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງ ແລະປຶກສາຫາລືບັນດາມາດຕະການຍົກສູງປະສິດທິຜົນການຮ່ວມມື, ສະເໜີບັນດາມາດຕະການແນໃສ່ປັບປຸງ, ເສີມຂະຫຍາຍບົດບາດຂອງເວທີປາໄສທະເລອາຊຽນ ແລະເວທີປາໄສທະເລອາຊຽນເປີດກວ້າງໃນການຊຸກຍູ້ການເຈລະຈາ, ການສົມທົບກັນ ແລະການຮ່ວມມືກ່ຽວກັບບັນດາບັນຫາຢູ່ທະເລໃນພາກພື້ນກວ່າອີກ.

ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 2010, ເວທີປາໄສທະເລອາຊຽນ ໄດ້ແລກປ່ຽນຫຼາຍຫົວຂໍ້, ຄື: ການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ປີ 1982, ການຊອກຫາກູ້ໄພກູ້ຊີບ, ເພີ່ມທະວີການເຊື່ອມຕໍ່, ປົກປັກຮັກສາສິ່ງແວດລ້ອມຢູ່ທະເລ ແລະຊຸກຍູ້ການທ່ອງທ່ຽວທະເລ.

ສືບຕໍ່ເວທີປາໄສທະເລອາຊຽນ ຄັ້ງທີ 9, ເວທີປາໄສທະເລອາຊຽນເປີດກວ້າງ  (EAMF) ຄັ້ງທີ 7 ໄດ້ດໍາເນີນໃນວັນທີ 6 ທັນວາ.

ໂດຍ: ທະນາພອນ