ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ນໍາໜ້າເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ແລະຫົວໜ້າຄະນະບັນດາປະເທດເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍຫົວຂໍ້ “ມຸ່ງໄປເຖິງການປົກປ້ອງຜູ້ອອກແຮງງານອົບພະຍົບຢູ່ບັນດາປະເທດ CLMTV: ການຮ່ວມມືກ່ຽວກັບສະຫວັດດີການສັງຄົມ”, ກອງປະຊຸມຂັ້ນລັດຖະມົນຕີແຮງງານຄັ້ງນີ້ໄດ້ຈັດຕັ້ງແມ່ນເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາກົນໄກປົກປ້ອງຜູ້ອອກແຮງງານອົບພະຍົບໃຫ້ຫຼາຍກວ່າອີກ; ເພີ່ມທະວີການຮ່ວມມືດ້ານແຮງງານ; ແບ່ງປັນບົດຮຽນລະຫວ່າງບັນດາປະເທດ CLMTV ທີ່ກ່ຽວຂ້ອງເຖິງການປົກປ້ອງ ແລະຊຸກຍູ້ສິດຂອງຜູ້ອອກແຮງງານອົບພະຍົບ, ພິເສດແມ່ນລັກສະນະທີ່ມີໄຫວພິບຂອງບັນດາໂຄງການສະຫວັດດີການສັງຄົມ.

leftcenterrightdel
ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ຢັ້ງຢືນວ່າ, ປະຈຸບັນ, ບັນຫາຜູ້ອອກແຮງງານໄປຊອກຫາວຽກເຮັດງານທໍາຢູ່ຕ່າງປະເທດພວມແມ່ນທ່າອ່ຽງໃນທົ່ວໂລກ ແລະສິ່ງນີ້ໄດ້ສົ່ງຜົນສະທ້ອນເຖິງບັນດາປະເທດໃນໂລກ. ຂ້າພະເຈົ້າຕີລາຄາສູງຕໍ່ຄວາມກ້າວໜ້າໃນການຮ່ວມມືກ່ຽວກັບຂົງເຂດແຮງງານລະຫວ່າງບັນດາປະເທດ CLMTV. ບັນດາຝ່າຍໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃນການອອກແຮງງານເໝາະສົມ, ປົກປ້ອງ ແລະຍົກສູງສິດໃຫ້ແກ່ຜູ້ອອກແຮງງານອົບພະຍົບ.

ກອງປະຊຸມດັ່ງກ່າວໄດ້ດໍາເນີນໃນລະຫວ່າງວັນທີ 17-18 ກັນຍາ, ກອງປະຊຸມຂັ້ນລັດຖະມົນຕີແຮງງານ CLMTV ຄັ້ງທີ 3 ຈະອອກແຈ້ງການຮ່ວມກ່ຽວກັບໝາກຜົນກອງປະຊຸມ ແລະເຫັນດີເຫັນພ້ອມຖະແຫຼງການຊຽມຣຽບກ່ຽວກັບການມຸ່ງໄປເຖິງແຜນການສົມທົບກັນດ້ານສະຫວັດດີການສັງຄົມໃນບັນດາປະເທດ CLMTV ຢ່າງມີໄຫວພິບ.

ໂດຍ: ເຈິ່ນຮວ່ຽນ