WB ຖືວ່າ, ເສດຖະກິດລາວ ປີນີ້ມີລະດັບການເຕີບໂຕສູງກວ່າເມື່ອທຽບໃສ່ປີກາຍ ຍ້ອນຂະແໜງກໍ່ສ້າງ ແລະບໍລິການພວມນັບມື້ນັບພັດທະນາ. ມີວຽກງານຈຳນວນໜຶ່ງທີ່ລັດຖະບານລາວ ຄວນສຸມໃສ່ປັບປຸງນັ້ນແມ່ນບັນລຸລາຍຮັບງົບປະມານ, ຫຼຸດຜ່ອນໜີ້ສາທາລະນະ, ສົ່ງເສີມການພັດທະນາວິສາຫະກິດພາກເອກະຊົນ.

ບັນດາໂຄງການໃຫຍ່ຂອງຂະແໜງກໍ່ສ້າງທີ່ຊ່ວຍໃຫ້ພື້ນຖານເສດຖະກິດລາວ ສາມາດພັດທະນາແບບຍືນຍົງຢູ່ໃນລະດັບ 6,5% ນັ້ນແມ່ນໂຄງການກໍ່ສ້າງເສັ້ນທາງດ່ວນ ລາວ-ຈີນ, ໂຄງການເສັ້ນທາງດ່ວນ ວຽງຈັນ-ວັງວຽງ ແລະບັນດາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຢູ່ລາວ ຄືເຂື່ອນໄຟຟ້ານໍ້າຕົກໄຊຍະບຸລີ.

leftcenterrightdel
ປະເທດລາວ ກໍາລັງພັດທະນາໃນທຸກດ້ານ. ພາບ: nhandan.com.vn.

ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດລາວ ສືບຕໍ່ປະສົບກັບສິ່ງທ້າທາຍຕ່າງໆ, ຄື: ສະກຸນເງິນນຳໃຊ້ທົ່ວໄປໃນທຸລະກຳການຄ້າຢູ່ລາວ ແມ່ນເງິນໂດລາສະຫະລັດ ແລະເງິນບາດຂອງໄທ ນັບມື້ນັບແຮງ; ການຊໍາລະບັນດາບ້ວງໜີ້ລັດຖະບານ ຄວນໄດ້ຮັບການປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການທຶນຂອງພື້ນຖານເສດຖະກິດ; ໂລກລະບາດຄວນໄດ້ຮັບການຄວບຄຸມເປັນຢ່າງດີ. ເຮັດໄດ້ຄືແນວນັ້ນ, ລາວ ຈຶ່ງອາດຈະບັນລຸໄດ້ຄາດໝາຍ GDP ສະເລ່ຍໃສ່ຫົວຄົນແມ່ນ 2.726 ໂດລາສະຫະລັດ ໃນປີນີ້, ສ້າງທ່າພັດທະນາໃຫ້ຊຸມປີຕໍ່ໄປ.

ໂດຍ: ທູຈາງ