leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ແມ້ງຮຸ່ງ.

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ ນໍາໜ້າຄະນະຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ. ກ່າວຄໍາເຫັນທີ່ບັນດາກອງປະຊຸມ, ທ່ານ ຫງວຽນກ໊ວກຢູງ ຢັ້ງຢືນວ່າ, ຫວຽດນາມ ຕັ້ງໜ້າສະໜັບສະໜູນ ແລະຈະສົມທົບກັນຢ່າງແໜ້ນແຟ້ນພ້ອມກັບບັນດາປະເທດອາຊຽນ ຜັນຂະຫຍາຍສໍາເລັດບັນດາບຸລິມະສິດ, ຈຸດສຸມທີ່ໄດ້ວາງອອກໃນປີ 2019, ແນໃສ່ມຸ່ງໄປເຖິງການກໍ່ສ້າງອາຊຽນ ໃຫ້ໝັ້ນຄົງ, ສະໜິດຕິດພັນ ແລະມີຄວາມສາມາດແທດເໝາະກັບການຫັນປ່ຽນຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລືລວມອາຊຽນ ແລະກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ. ພາບ: ແມ້ງຮຸ່ງ.

ໃນບົດບາດເປັນປະເທດປະສານງານການພົວພັນອາຊຽນ-ຍີ່ປຸ່ນ ໄລຍະ 2018-2021, ທ່ານ ຫງວຽນກ໊ວກຢູງ ໄດ້ແຈ້ງໃຫ້ຊາບ ແລະເຊີນບັນດາປະເທດອາຊຽນ ຕັ້ງໜ້າເຂົ້າຮ່ວມສອງກິດຈະກຳທີ່ສໍາຄັນໂດຍ ຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມໃນລະຫວ່າງວັນທີ 3-4 ມິຖຸນາ 2019, ທີ່ຮ່າໂນ້ຍ, ເຊິ່ງລວມມີ: ເວທີປາໄສອາຊຽນ-ຍີ່ປຸ່ນ (ການເຈລະຈາປະຈໍາປີ SOM) ຄັ້ງທີ 34 ແລະກອງປະຊຸມຫົວເລື່ອງສະເພາະກ່ຽວກັບການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນຕາມຂໍ້​ລິ​ເລີ່ມວັນອາຊຽນ-ຍີ່ປຸ່ນ ຢູ່ ຫວຽດນາມ ຂອງທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ. ທ່ານ ຫງວຽນກ໊ວກຢູງ ກໍ່ເຈາະຈີ້ມບາງຂໍ້ສະເໜີກ່ຽວກັບການປັບປຸງ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກ, ເວທີປາໄສຂອງອາຊຽນ.

ໂດຍ: ເກື່ອງດັ້ງ