ເອກະສານສອງສະບັບນີ້ໄດ້ລົງນາມໃນຂອບເຂດກອງປະຊຸມວົງແຄບບັນດາລັດຖະມົນຕີເສດຖະກິດອາຊຽນ (AEM Retreat) ຄັ້ງທີ 25 ດໍາເນີນໃນລະຫວ່າງວັນທີ 22-23 ຢູ່ພູເກດ, ປະເທດໄທ.

leftcenterrightdel
ທ່ານ ເຈິ່ນກວ໊ກແຄ໊ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ລົງນາມໃນສັນຍາການຄ້າການບໍລິການອາຊຽນ (ATISA). ພາບ: ສໍານັກຂ່າວສານຫວຽດນາມ.

ສັນຍາ ATISA ມີຜົນສັກສິດພາຍຫຼັງລົງນາມເປັນເວລາ 180 ວັນ, ຈະຊ່ວຍຍົກສູງບັນດາມາດຕະຖານ ແລະຜົນສັກສິດຂອງບັນດາຂໍ້ກຳນົດກ່ຽວກັບການບໍລິການຢູ່ບັນດາປະເທດສະມາຊິກອາຊຽນ, ຫຼຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າລົງ, ພ້ອມທັງຍົກສູງຄວາມໂປ່ງໃສໃນການປະຕິບັດການຄ້າການບໍລິການລະຫວ່າງບັນດາປະເທດອາຊຽນ. ໃນຂະນະນັ້ນ, ອະນຸສັນຍາທີ 4 ວ່າດ້ວຍປັບປຸງ ACIA ຈະຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ພາກພື້ນອາຊຽນ ຫຼາຍຕື່ມອີກ.

leftcenterrightdel
ບັນດາລັດຖະມົນຕີເສດຖະກິດອາຊຽນ ຖ່າຍຮູບເປັນທີ່ລະນຶກພາຍຫຼັງພິທີລົງນາມໃນເອກະສານທີ 2,  ອະນຸສັນຍາທີ 4 ວ່າດ້ວຍປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (ACIA). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກວ໊ກແຄ໊ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ, ທີ່ກອງປະຊຸມ, ຫວຽດນາມ ຍົກອອກຫຼາຍຄຳເຫັນທີ່ຕັ້ງໜ້າ, ໄດ້ຮັບການຊົມເຊີຍຈາກປະເທດຕ່າງໆ. ຫຼາຍປະເທດໄດ້ຮັບເອົາບາງຂໍ້ສະເໜີ ແລະຈົດໃສ່ບົດບັນທຶກກອງປະຊຸມ. ນອກກອງປະຊຸມ, ຄະນະຫວຽດນາມ ກໍ່ໄດ້ມີການພົບປະສອງຝ່າຍກັບຄະນະອິນໂດເນເຊຍ ເພື່ອປຶກສາຫາລືກ່ຽວກັບບາງບັນຫາແນໃສ່ຊຸກຍູ້ການຄ້າລະຫວ່າງສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ