ມຽນມາ ຫຼຸດລະດັບການປັບໄໝໃຫ້ແກ່ທ່ານນາງ Aung San Suu Kyi, ປ່ອຍຕົວອະດີດປະທານາທິບໍດີ Win Myint ເປັນອິດສະຫຼະ
ອຳນາດການປົກຄອງ ໄດ້ຫຼຸດລະດັບການປັບໄໝໃຫ້ແກ່ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ລົງ, ປັດຈຸບັນ ຖືກຕິດຄຸກ 27 ປີ ດ້ວຍຄຳກ່າວຫາຫຼາຍຢ່າງ.
ເນື່ອງໃນໂອກາດບຸນປີໃໝ່ປະເພນີ ມຽນມາ (Thingyan), ປະເທດນີ້ໄດ້ປະກາດຄຳສັ່ງອະໄພຍະໂທດໃຫ້ແກ່ຊະເລີຍເສິກກວ່າ 4.300 ຄົນ. ສິ່ງທີ່ໜ້າສົນໃຈແມ່ນ, ທ່ານອະດີດປະທານາທິບໍດີ Win Myint ໄດ້ປ່ອຍຕົວເປັນອິດສະຫຼະ, ໃນຂະນະທີ່ຄຳຕັດສິນຂອງສານສຳລັບທ່ານນາງ Aung San Suu Kyi ອະດີດທີ່ປຶກສາແຫ່ງລັດ ມຽນມາ ກໍໄດ້ຮັບການຫຼຸດຜ່ອນລົງ.
ວັນທີ 17 ເມສາ, ສື່ມວນຊົນແຫ່ງລັດ ມຽນມາ (MRTV) ໃຫ້ຮູ້ວ່າ ອຳນາດການປົກຄອງ ໄດ້ຫຼຸດລະດັບການປັບໄໝໃຫ້ແກ່ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ລົງ, ປັດຈຸບັນ ຖືກຕິດຄຸກ 27 ປີ ດ້ວຍຄຳກ່າວຫາຫຼາຍຢ່າງ. ຕາມທະນາຍຄວາມຂອງທ່ານນາງແລ້ວ, ລະດັບຄຳຕັດສິນ ປັບໄໝລົງໂທດນີ້ ໄດ້ຫຼຸດລົງ 1/6. ກໍໃນວັນດຽວກັນ, ທ່ານອະດີດປະທານາທິບໍດີ ມຽນມາ Win Myint ກໍໄດ້ຮັບການ “ຫຼຸດລະດັບການລົງໂທດລົງ ແລະ ອະໄພຍະໂທດຕາມເງື່ອນໄຂໃດໜຶ່ງ”.
ແຫຼ່ງຄັດຈາກ: vovworld.vn