ໃນ​ນັ້ນ, ສຳ​ນັກ​ຂ່າວ​ສານ IRNA ຢັ້ງ​ຢືນ​ວ່າ ອີ​ຣານ ປະ​ຕິ​ເສດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ຍ້ອນ​ວ່າ​ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ອອກ​ຄວາມ​ຮຽກ​ທວງ​ເກີນ​ຄວນ ແລະ ປາ​ສະ​ຈາກ​​ຕົວຈິງ, ປ່ຽນ​ແປງຫຼັກ​ໝັ້ນ​ຢ່າງ​ຕໍ່​ເນື່ອງ ແລະປະ​ກາດຖະ​ແຫຼງ​ການ​ທີ່​ຂັດ​ແຍ້ງ​ກັນ. ເຕ​ເຮ​ຣານ ບໍ່​ກ່າວ​ເຕືອນ​ວ່າ ວໍ​ຊິງ​ຕັນ​ບໍ່​ຍອມ​ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ ອີີຣານ, ຖື​ນີ້​ແມ່ນ​ການ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ.

ບໍ່​ພຽງ​ແຕ່​ອີ​ຣານ, ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຮອບ​ໃໝ່ແມ່ນ​ປາ​ກິດ​ສະ​ຖານ ກໍ່​ຍັງ​ບໍ່​ທັນ​ອອກ​ສຽງ​ຢັ້ງ​ຢືນ​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ Islamabad ຕ​າມ​ການ​ປະ​ກາດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump. ທ່ານ​ Shehbaz Sharif ປະ​ທາ​ນາ​ທິ​ບໍ​ດີປາ​ກິດ​ສະ​ຖານ ປະ​ກາດ​ຫາ​ກໍ່​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Masoud Pezeshkian ​ປະ​ທາ​ນາ​ທິ​ບໍ​ດີອີ​ຣານ ຢັ້ງ​ຢືນ​ວ່າ Islamabad ພວມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ທີ​ການ​ທາງ​ການ​ທູດ, ແຕ່​ບໍ່​ເຕື້ອງ​ເຖິງຈຸດ​ເວ​ລາ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຮອບ​ໃໝ່.

ແຫຼ່ງຄັດຈາກ: vovworld.vn