leftcenterrightdel
ກໍາ​ປັ່ນ​ຂົນ​ສົ່ງ​ສິ​ນ​ຄ້າ​ລຳ​ໜຶ່ງພວມ​ເຄື່ອນ​ຍ້າຍ​ຢູ່ເກາະ Qeshm, ອີ​ຣານ ໃນ​ວັນ​ທີ 18 ເມສາ 2026. ພາບ: AP/Asghar Besharati

ໃນ​ການ​ຖະ​ແຫຼງ​ການ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ຢັ້ງ​ຢືນ​ວ່າ ດ້ວຍ​ການ​ມີ​ໜ້າ​ຂອງກອງ​ບັນ​ຊາ​ການກອງ​ທັບປາ​ກິດ​ສະ​ຖານຢູ່ ເຕ​ເຮ​ຣານ ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້​, ຝ່າຍອາ​ເມ​ລິ​ກາ ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່. ປັດ​ຈຸ​ບັນ, ເຕ​ເຮ​ຣານ ພວມ​ພິ​ຈາ​ລະ​ນາ ແລະຍັງ​ບໍ່​ທັນ​ຍົກ​ອອກ​ຄຳ​ຕອບ​ກັບ​ໃດ​ໆ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ກໍ​ເວົ້າ​ຕື່ມ​ວ່າ ຄະ​ນະ​ເຈ​ລະ​ຈາ​ຂອງ ອີ​ຣານ ຈະ​ບໍ່​ຍົກ​ອອກ​ບໍ່​ວ່າ​ການ​ປະ​ນິ​ປະ​ນອມ, ຖອນຫຼັງ ຫຼື ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃດເຖິງວ່າ ໜ້ອຍ​ສຸດ ແລະຈະ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ​ດ້ວຍ​ກຳ​ລັງ​ແຮງ​ທັງ​ໝົດ​ຂອງ​ຕົນ.

ຕາມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ແລ້ວ, ເຕ​ເຮ​ຣານ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ການ​ຕິດ​ຕາມ ແລະຄວບ​ຄຸມ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz “ຈົນ​ເຖິງ​ເມື່ອ​ໃດ​ສົງ​ຄາມ​ສິ້ນ​ສຸດ​ຢ່າງ​ເຕັມ​ສ່ວນ”.

ແຫຼ່ງຄັດຈາກ: vovworld.vn