leftcenterrightdel
ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ສຳນັກຂ່າວ Yonhap ເນັ້ນໜັກວ່າ ທ່ານ Lee Jae Myung ເປັນປະມຸກລັດຕ່າງປະເທດ ຜູ້ທໍາອິດ ມາຢ້ຽມຢາມຫວຽດນາມ ນັບແຕ່ເມື່ອທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ.

ໜັງສືພິມ The Korea Herald ຄັດຄໍາເວົ້າຂອງທ່ານ Wi Sung-lac ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ໂດຍ ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານ Lee Jae Myung ເພື່ອແນໃສ່ສ້າງ “ລະດັບຄູ່ຮ່ວມມືສູງສຸດ” ຜ່ານການຫັນບັນດາການຢ້ຽມຢາມສອງຝ່າຍເຊິ່ງກັນແລະກັນໃຫ້ປະກົດຜົນເປັນຈິງ. ທ່ານ Wi Sung-lac ເນັ້ນໜັກວ່າ “ພວກຂ້າພະເຈົ້າ ຕັ້ງຄວາມຫວັງວ່າ ນີ້ຈະແມ່ນໂອກາດເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນໍາສອງປະເທດ ແລະຫັນວິໄສທັດຮ່ວມກ່ຽວກັບການພັດທະນາໃນອະນາຄົດໃຫ້ເປັນລະອຽດ. ທັງສອງຝ່າຍ ຈະມານະພະຍາຍາມເພີ່ມທະວີການຮ່ວມມື ດ້ວຍເປົ້າໝາຍນໍາວົງເງິນການຄ້າສອງຝ່າຍ ບັນລຸ 150 ຕື້ໂດລາສະຫະລັດ ໃນປີ 2030 ແລະເປີດກວ້າງການຮ່ວມມືຍຸດທະສາດໃນບັນດາຂົງເຂດຫຼັກແຫຼ່ງ”.

ໂດຍ: ໄຊຊະນະ