ສ.ເກົາຫຼີ, ຍີ່ປຸ່ນ ມີປະຕິກິລິຍາພາຍຫຼັງເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ
ຕາມແຈ້ງການຂອງກອງທັບ ສ.ເກົາຫຼີ ແລ້ວ, ວັນທີ 19 ເມສາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກໄປທາງທິດຕາເວັນອອກຂອງແຫຼມເກົາຫຼີ.
    |
 |
|
ເຫດຍິງລູກສອນໄຟຢູ່ ສປປ. ເກົາຫຼີ ໃນວັນທີ 12 ເມສາ 2026. ພາບ: KCNA/AP |
ສະພາຫົວໜ້າເສນາທິການກອງທັບປະສົມ ສ.ເກົາຫຼີ (JCS) ໄດ້ດຳເນີນການວິເຄາະໃນບັນດາຕົວເລກລະອຽດຂອງເຫດຍິງລູກສອນໄຟດັ່ງກ່າວ. ນີ້ແມ່ນເຫດຍິງລູກສອນໄຟນຳວິທີຄັ້ງທີ 7 ຂອງ ສປປ.ເກົາຫຼີ ໃນປີນີ້ ແລະແມ່ນເຫດການທີ 4 ໄລ່ສະເພາະເດືອນເມສານີ້. ຫ້ອງການຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ຄາດຄະເນດຳເນີນກອງປະຊຸມໂດຍດ່ວນພາຍໃນວັນດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະບັນດາອົງການກ່ຽວຂ້ອງອື່ນ ແນໃສ່ວິເຄາະວິໄຈ, ຕີລາຄາເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງພຽງຢາງ.
ໃນຂະນະນັ້ນ, ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ບັນດາລູກສອນໄຟຂອງ ສປປ.ເກົາຫຼີ ເບິ່ງຄືວ່າຕົກຢູ່ເບື້ອງນອກເຂດເສດຖະກິດພິເສດຂອງປະເທດນີ້. ໂຕກຽວ ໄດ້ສົ່ງຄຳຄັດຄ້ານຕໍ່ບັນດາເຫດຍິງລູກສອນໄຟເຖິງພຽງຢາງຢ່າງແຮງ, ເຂົາເຈົ້າເອີ້ນວ່ານີ້ແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ ກໍຄືປະຊາຄົມສາກົນ.
ແຫຼ່ງຄັດຈາກ: vovworld.vn