ເຫດວາງລະເບີດສະຫຼະຊີບເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ໂບດອິດສະລາມນິກາຍ ຊີແອັດ (Shiite) ຢູ່ນະຄອນຫຼວງ Islamabad ຂອງປາກິດສະຖານ, ເຮັດໃຫ້ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ ແລະ ກວ່າ 130 ຄົນຮັບບາດເຈັບ. ຜູ້ວາງລະເບີດສະຫຼະຊີບ ໄດ້ຢືນຢູ່ປະຕູຂອງໂບດ ແລະ ທຳການລະເບີດ.
ເຈົ້າໜ້າທີ່ຕຳຫຼວດຂັ້ນສູງຜູ້ໜຶ່ງໃຫ້ຮູ້ວ່າ ເຫດລະເບີດເກີດຂຶ້ນພາຍຫຼັງພິທີສວດພາວະນາວັນສຸກສິ້ນສຸດລົງ. ທ່ານ Shehbaz Sharif, ນາຍົກລັດຖະມົນຕີ ປາກິດສະຖານ ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ.
ແຫຼ່ງຄັດຈາກ: vovworld.vn
Type the code from the image