ວັນທີ 6 ກຸມພາ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ລັດເຊຍ ແລະ ຈີນ ເຂົ້າຮ່ວມບັນດາການເຈລະຈາຫຼາຍຝ່າຍກ່ຽວກັບການຄວບຄຸມອາວຸດນິວເຄຼຍ, ພາຍຫຼັງສົນທິສັນຍາ New START ໝົດຜົນບັງຄັບຢ່າງເປັນທາງການ.

leftcenterrightdel
ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ. ພາບ: REUTERS/Kevin Mohatt

ຕາມທ່ານ Marco Rubio, ໃນສະພາບການຄວາມໝັ້ນຄົງທົ່ວໂລກໃນປະຈຸບັນ ຮຽກຮ້ອງຕ້ອງມີຂອບເຂດການຄວບຄຸມອາວຸດໃໝ່, ສ່ອງແສງໃຫ້ເຫັນສະພາບການຕົວຈິງທີ່ວ່າ ອາເມລິກາ ພວມປະເຊີນໜ້າບໍ່ພຽງແຕ່ກັບລັດເຊຍ ເທົ່ານັ້ນ ຫາກຍັງນັບທັງ ຈີນ ຄືດັ່ງບັນດາປະເທດມະຫາອຳນາດນິວເຄຼຍມີລະດັບທຽບເທົ່າກັນອີກດ້ວຍ.

ທ່ານ Marco Rubio ຢືນຢັນວ່າ ເປັນຫຼາຍຄັ້ງແລ້ວທີ່ ທ່ານ Donald Trump, ປະທານາບໍດີ ອາເມລິກາ ໄດ້ຊີ້ແຈ້ງຫຼັກໝັ້ນທີ່ວ່າ ທຸກຂອບເຂດການຄວບຄຸມອາວຸດນິວເຄຼຍ ໃນສະຕະວັດທີ 21 ຕ້ອງລວມມີທັງ ລັດເຊຍ ແລະ ຈີນ. ວໍຊິງຕັນ ຮຽກຮ້ອງໃຫ້ດຳເນີນບັນດາການເຈລະຈາຫຼາຍຝ່າຍກ່ຽວກັບຄວາມສະຖຽນລະພາບຍຸດທະສາດ, ບົນພື້ນຖານສະເໝີພາບ, ກະຈ່າງແຈ້ງ ແລະມີກົນໄກຢັ້ງຢືນພິສູດປະສິດທິຜົນໄດ້.

ແຫຼ່ງຄັດຈາກ: vovworld.vn