leftcenterrightdel
ທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບປະກອບ: REUTERS/Kevin Lamarque

ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນບັນດາປະເທດເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump. ປະຈຸບັນ, ອາເມລິກາ ພວມຈັດວາງອັດຕາພາສີສູງສຸດ 15% ສຳລັບສິນຄ້າສົ່ງອອກຈາກສະຫະພາບເອີລົບ (ອີຢູ) ໃນຂະນະນັ້ນ, ອີຢູ ແມ່ນຄູ່ຄ້າ ແລະແຫຼ່ງນຳເຂົ້າໃຫຍ່ທີ່ສຸດຂອງ ວໍຊິງຕັນ.

ຫວ່າງມໍ່ໆມານີ້, ທ່ານ Donald Trump ໄດ້ເນັ້ນໜັກຢ່າງລຽນຕິດຕໍ່ເລື່ອງຄວບຄຸມ Greenland ແມ່ນຄວາມຈຳເປັນໃຫ້ແກ່ຄວາມໝັ້ນຄົງຂອງ ອາເມລິກາ. ປະທານາທິບໍດີອາເມລິກາ ກໍ່ອາດສາມາດຈະນຳໃຊ້ມາດຕະການດ້ານການທະຫານ, ເຖິງໄດ້ໃຫ້ຮູ້ວ່າ ໃຫ້ບຸລິມະສິດບັນດາຄວາມມານະພະຍາຍາມຜ່ານທາງການທູດ.

ແຫຼ່ງຄັດຈາກ: vovworld.vn