ບັນດາມືປືນ ຮາມາດລີ້ຕົວຢູ່ Rafah ຈະບໍ່ຍອມຈໍານົນ
ວັນທີ 9 ພະຈິກ, ຂະບວນການອິດສະລາມຮາມາດ ໄດ້ປະກາດວ່າ, ບັນດາມືປືນຂຶ້ນກັບກຳລັງນີ້ພວມລີ້ຕົວຢູ່ Rafah, ທາງທິດໃຕ້ເຂດກາຊາ ຈະບໍ່ອອກຍອມຈຳນົນຕໍ່ອິດສະລາແອັນ.
ນັບແຕ່ເວລາຄໍາສັ່ງຢຸດຍິງມີຜົນສັກສິດຢູ່ເຂດກາຊາ ໃນວັນທີ 10 ຕຸລາ, ເຂດ Rafah ໄດ້ເກີດມີການບຸກໂຈມຕີສອງຄັ້ງ ເລັ່ງໃສ່ກຳລັງອິດສະລາແອັນ, ເຮັດໃຫ້ນັກຮົບ 3 ຄົນຂອງປະເທດນີ້ຖືກເສຍຊີວິດ. ອິດສະລາແອັນ ກ່າວຫາຮາມາດປະຕິບັດບັນດາເຫດບຸກໂຈມຕີນີ້ ແລະດຳເນີນການໂຕ້ຕອບເຮັດໃຫ້ຊາວປາແລັດສະຕິນ ນັບສິບຄົນຢູ່ທີ່ນີ້ເສຍຊີວິດ. ກອງພັນ Al-Qassam, ເຊິ່ງແມ່ນກຳລັງປະກອບອາວຸດຂອງ ຮາມາດ ໄດ້ຖືວ່າ ອິດສະລາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ເລື່ອງປະທະກັນກັບບັນດາມືປືນ, ເຊິ່ງແມ່ນຜູ້ຄົນທີ່ເຂົາເຈົ້າຄິດວ່າແມ່ນກຳລັງປ້ອງກັນຕົວເອງ, ໃຫ້ຮູ້ວ່າເຂົາເຈົ້າບໍ່ຍອມຈຳນົນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກໄກ່ເກ່ຍຊອກຫາມາດຕະການເພື່ອຮັບປະກັນຄໍາສັ່ງຢຸດຍິງສືບຕໍ່ໄດ້ປະຕິບັດ.
ແຫຼ່ງຄັດຈາກ: vovworld.vn