ວັນທີ 8 ພະຈິກ, ອົງການສາທາລະນະສຸກ ກາຊາ ປະກາດວ່າ ຈຳນວນຊາວ ປາແບດສະຕິນ ທັງໝົດໄດ້ເສຍຊີວິດໃນການປະທະກັນທີ່ແກ່ຍາວເປັນເວລາ 2 ປີຢູ່ເຂດ ກາຊາ ລະຫວ່າງທະຫານ ອິດສະຣາແອັນ ແລະຂະບວນການ ຮາມາສ ໄດ້ຂຶ້ນເຖິງກ່ວາ 69.000 ຄົນແລ້ວ. ຈຳນວນຜູ້ເສຍຊີວິດແມ່ນເກືອບ 171.000 ຄົນ. ໃນຈຳນວນເຫຼົ່ານັ້ນ, ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນ, ແມ່ຍິງ ແລະ ເດັກນ້ອຍກວມເອົາເຄິ່ງໜຶ່ງ.
ວົງການເຈົ້າໜ້າທີ່ການແພດ ກາຊາ ວິຕົກກັງວົນວ່າ ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຢູ່ ກາຊາ ອາດຈະພີ້ມຂຶ້ນ. ສາຍເຫດແມ່ນຍ້ອນວ່າ ຍັງມີນັບພັນຄົນຖືກຫາຍສາບສູນ ແລະ ອາດຈະເສຍຊີວິດໃນຊາກຫັກພັງຕ່າງໆຍ້ອນບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ກໍ່ຂຶ້ນ. ພ້ອມກັນນັ້ນ, ທະຫານ ອິດສະຣາແອັນ ອາດຈະສືບຕໍ່ບຸກໂຈມຕີເລັ່ງໃສ່ເຂດ ກາຊາ ດ້ວຍເຫດຜົນ ຮາມາສ ລະເມີດຄຳສັ່ງຢຸດຍິງ ແມ່ນມີໄພເກີດຂຶ້ນສູງ, ໃນສະພາບການທີ່ທະຫານ ອິດສະຣາແອັນ ຍັງປະກົດຕົວ ແລະ ຄວບຄຸມເນື້ອທີ່ດິນເຂດ ກາຊາ ກວ່າເຄິ່ງໜຶ່ງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image