ຜູ້ມີສິດເລືອກຕັ້ງກວ່າ 1,3 ລ້ານຄົນໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ
ວັນທີ 9 ພະຈິກ, ອີຣັກ ໄດ້ເປີດບັນດາສະຖານທີ່ປ່ອນບັດເລືອກຕັ້ງກ່ອນເວລາກຳນົດໃຫ້ບັນດາກຳລັງປ້ອງກັນຄວາມໝັ້ນຄົງ ແລະຜູ້ຄົນຕ້ອງຍົກຍ້າຍພາຍໃນປະເທດ, ໃນຂອບເຂດການເລືອກຕັ້ງສະພາແຫ່ງຊາດ ຄາດວ່າຈະດຳເນີນໃນວັນທີ 11 ພະຈິກຈະມາເຖິງ.
ຕາມຄະນະກຳມະການເລືອກຕັ້ງສູງສຸດເອກະລາດແລ້ວ, ມີສະມາຊິກກຳລັງປ້ອງກັນຄວາມໝັ້ນຄົງກວ່າ 1,3 ລ້ານຄົນ ແລະຜູ້ຕ້ອງຍົກຍ້າຍປະມານ 26.000 ຄົນມີເງື່ອນໄຂຢ່າງພຽງພໍ ໄດ້ໄປປ່ອນບັດກ່ອນກຳນົດ ຢູ່ສະຖານທີ່ປ່ອນບັດ 809 ແຫ່ງໃນທົ່ວປະເທດ. ບັນດາສະຖານທີ່ປ່ອນບັດເລືອກຕັ້ງໄດ້ເປີດປະຕູແຕ່ເວລາ 7 ໂມງ 00 ຂອງວັນທີ 9 ພະຈິກ ແລະປິດໃນເວລາ 18 ໂມງ 00 ຂອງວັນດຽວກັນ. ນີ້ແມ່ນໄລຍະເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດ, ດ້ວຍຜູ້ອອກສະໝັກເລືອກຕັ້ງ 7.744 ຄົນ ເຂົ້າ 329 ບ່ອນນັ່ງໃນສະພາຜູ້ແທນປະຊາຊົນ, ໝາຍຄວາມວ່າສະພາແຫ່ງຊາດອີຣັກ.
ແຫຼ່ງຄັດຈາກ: vovworld.vn