ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 9 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການສືບຕໍ່ປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດຢ່າງຈະແຈ້ງ, ງ່າຍດາຍ. ກ່ຽວກັບບັນຫາຢູແກຼນ, ທ່ານ Sergey Lavrov ຕຳໜິຕິຕຽນເລື່ອງປະເທດເອີລົບຈຳນວນໜຶ່ງພວມມານະພະຍາຍາມຊວນເຊື່ອອາເມລິກາ ປະລະການແກ້ໄຂການປະທະກັນຜ່ານບັນດາມາດຕະການການເມືອງ ແລະທາງການທູດແທນທີ່ນັ້ນເພີ່ມທະວີບັນດາມາດຕະການລົງໂທດຕໍ່ລັດເຊຍ. ຕາມນັ້ນແລ້ວ, ລັດເຊຍ ສືບຕໍ່ຢັ້ງຢືນຫຼັກໝັ້ນບໍ່ປະນີປະນອມໃນບັນດາບັນຫາທີ່ມີລັກສະນະຫຼັກການ, ເປັນຕົ້ນແມ່ນບັນດາພາກພື້ນໄດ້ຮັບຮອງເອົາຈາກການລົງປະຊາມະຕິ.

ແຫຼ່ງຄັດຈາກ: vovworld.vn