ອັງກິດ ລົບລ້າງການລົງໂທດຕໍ່ປະທານາທິບໍດີ ແລະລັດຖະມົນຕີກະຊວງພາຍໃນ ຊີຣີ
ວັນທີ 7 ພະຈິກ, ລັດຖະບານອັງກິດ ປະກາດວ່າ ໄດ້ລົບລ້າງບັນດາມາດຕະການການລົງໂທດສຳລັບທ່ານ Ahmad al-Sharaa ປະທານາທິບໍດີ ແລະທ່ານ Anas Khattab ລັດຖະມົນຕີກະຊວງພາຍໃນ ຊີຣີ.
ການກະທຳນີ້ໄດ້ດຳເນີນພາຍຫຼັງ 2,3 ວັນ ກ່ອນການພົບປະທີ່ຄາດວ່າລະຫວ່າງທ່ານ Ahmad al-Sharaa ແລະທ່ານ Donald Trump ປະທານາທິບໍດີອາເມລິກາ ຢູ່ທຳນຽບຂາວ. ອັງກິດ ຈັດວາງຄໍາສັ່ງລົງໂທດສຳລັບເຈົ້າໜ້າທີ່ສອງທ່ານນີ້ດ້ວຍຄຳກ່າວຫາກ່ຽວຂ້ອງເຖິງອົງການກໍ່ການຮ້າຍສາກົນ Al-Qaeda ແລະອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ.
ທ່ານ Ahmad al-Sharaa ໄດ້ດຳລົງຕໍາແໜ່ງປະທານາທິບໍດີຊົ່ວຄາວຊີຣີ ເມື່ອເດືອນມັງກອນປີ 2025 ພາຍຫຼັງກຳລັງໂດຍ Hayat Tahrir al-Sham ນຳພາ ໄດ້ດຳເນີນການບຸກໂຈມຕີໂດຍດ່ວນໂຄ່ນລົ້ມອຳນາດການປົກຄອງຂອງປະທານາທິບໍດີ Bashar al-Assad. ປີ 2014 ສປຊ ກໍ່ໄດ້ຈັດວາງຄໍາສັ່ງລົງໂທດສຳລັບທ່ານ Ahmad al-Sharaa ດ້ວຍຄຳກ່າວຫາທີ່ມີສ່ວນກ່ຽວຂ້ອງກັບບັນດາອົງການກໍ່ການຮ້າຍສາກົນແຕ່ບັນດາມາດຕະການນີ້ກໍ່ໄດ້ຍົກເລິກເມື່ອວັນທີ 6 ພະຈິກທີ່ຜ່ານມາແລ້ວ.
ແຫຼ່ງຄັດຈາກ: vovworld.vn