ມີນັບພັນຖ້ຽວບິນຖືກຍຸບເລິກຢູ່ ອາເມລິກາ ຍ້ອນລັດຖະບານສືບຕໍ່ປິດປະຕູ
ມີນັບພັນຖ້ຽວບິນຖືກຍຸບເລິກ, ໂຈະໄວ້ໃນວັນທີ 7 ພະຈິກຢູ່ ອາເມລິກາ ໃນເວລາລັດຖະບານສະຫະລັດປິດປະຕູ.
ຕາມເວັບໄຊຕິດຕາມຖ້ຽວບິນ FlightAware ຂອງອາເມລິກາ, ໄລ່ຮອດເວລາ 17 ໂມງ 00 ຂອງວັນທີ 7 ພະຈິກ, ມີ 4.309 ຖ້ຽວບິນຖືກໂຈະໄວ້ ແລະ 1.002 ຖ້ຽວບິນຖືກຍຸບເລິກ. ກ່ອນໜ້ານນັ້ນ, ໃນວັນທີ 6 ພະຈິກ ກໍ່ມີ 7.000 ກວ່າຖ້ຽວບິນຖືກໂຈະໂວ້. ສະພາບການດັ່ງກ່າວເກີດຂຶ້ນພາຍຫຼັງທີ່ກະຊວງຄົມມະນາຄົມຂົນສົ່ງອາເມລິກາ ແລະກົມການບິນສະຫະລັດ (FAA) ປະກາດລັດຖະບານສະຫະລັດຈະຫຼຸດຜ່ອນການຈໍລະຈອນທາງອາກາດຢູ່ 40 ເຂດ ເລີ່ມແຕ່ວັນທີ 7 ພະຈິກ. ນັບແຕ່ເມື່ອລັດຖະບານອາເມລິກາ ປິດປະຕູ, ມີພາລະກອນການບິນນັບໝື່ນຄົນຕ້ອງເຮັດວຽກບໍ່ໄດ້ຮັບເງິນເດືອນ.
ແຫຼ່ງຄັດຈາກ: vovworld.vn