ອິດສະຣາແອັນ ບຸກໂຈມຕີທາງອາກາດເຂົ້າເຂດກາຊາ ຢ່າງແຮງ
ຕອນບ່າຍວັນທີ 28 ຕຸລາ, ກຳລັງປ້ອງກັນອິດສະຣາແອັນ (IDF) ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດຢ່າງແຮງ ເລັ່ງໃສ່ບັນດາພື້ນຖານໂຄງລ່າງ ເຊິ່ງ ຮາມາດສ ນຳໃຊ້ຢູ່ທາງທິດໃຕ້ເຂດກາຊາ, ພາຍຫຼັງທີ່ບັນດາມືປືນຂອງກຸ່ມນີ້ຍິງໃສ່ນາຍທະຫານອິດສະຣາແອັນ.
ຫ້ອງການນາຍົກລັດຖະມົນຕີ Benjamin Netanyahu ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ບັນດາມືປືນຮາມາດສ ໄດ້ຍິງລູກສອນໄຟຕໍ່ຕ້ານລົດຖັງ ແລະລູກປືນຈຳນວນຫຼາຍໃສ່ກຳລັງ IDF ຢູ່ Rafah, ສ້າງຂີດໝາຍການກະທຳໃໝ່ທີ່ລະເມີດຄຳສັ່ງຢຸດຍິງ ເຊິ່ງ ພວມມີຜົນບັງຂັບໃຊ້ລະຫວ່າງສອງຝ່າຍ. ທ່ານນາຍົກລັດຖະມົນຕີ Netanyahu ໄດ້ອອກຄຳສັ່ງ “ບຸກໂຈມຕີຢ່າງຮຸນແຮງ ແລະທັນທີ” ເຂົ້າເຂດກາຊາ, ພ້ອມທັງຕັດສິນໃຈເປີດກວ້າງຂົງເຂດ ເຊິ່ງກອງທັບອິດສະຣາແອັນ ຄວບຄຸມຢູ່ເຂດກາຊາ. ການກະທຳດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Netanyahu ໂຮມປະຊຸມດ່ວນກັບບັນດາເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບແນໃສ່ປຶກສາຫາລືກ່ຽວກັບປະຕິກິລິຍາຂອງປະເທດນີ້ຕໍ່ເລື່ອງຂະບວນການຮາມາດສ ຈະເຂັ້ມແຂງກວ່າຫຼາຍເມື່ອທຽບໃສ່ຄັ້ງກ່ອນ.
ແຫຼ່ງຄັດຈາກ vovworld.vn