ວັນທີ 17 ກັນຍາ, ອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີຂອງກອງທັບອິດສະລາແອັນ ໃນທົ່ວເຂດກາຊາ ໃນວັນທີ 17 ກັນຍາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 50 ຄົນ, ພ້ອມກັບຜູ້ຖືກບາດເຈັບນັບຮ້ອຍຄົນ. ຈຳນວນຜູ້ເສຍຊີວິດ ແລະຖືກບາດເຈັບຫຼາຍທີ່ສຸດ ແມ່ນຢູ່ນະຄອນ ກາຊາ ເຊິ່ງແມ່ນບ່ອນທີ່ກອງທັບ ອິດສະລາແອັນ ປະຕິບັດບັ້ນບຸກໂຈມຕີຮ່ວມກຳລັງດ້ວຍກອງທັບບົກ ແລະກອງທັບອາກາດ ເພື່ອຢຶດຄອງເຂດນີ້.

leftcenterrightdel
ພາບປະກອບ: REUTERS/Mahmoud Issa

ແລະກໍ່ໃນວັນດຽວກັນ, ຢູ່ອິດສະລາແອັນ ມີປະຊາຊົນນັບຮ້ອຍຄົນ ໃນນັ້ນມີພໍ່ແມ່ພີ່ນ້ອງຂອງບັນດາຕົວປະກັນຫຼາຍຄົນ ສືບຕໍ່ເຕົ້າໂຮມກັນແຫ່ປະທ້ວງຢູ່ນອກທຳນຽບ ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຢູ່ Jerusalem, ເພື່ອຄັດຄ້ານບັ້ນບຸກໂຈມຕີ ຢຶດຄອງນະຄອນ ກາຊາ ຂອງກອງທັບອິດສະລາແອັນ. ບັນດາຜູ້ແຫ່ຂະບວນປະທ້ວງ ວິຕົກກັງວົນຕໍ່ເລື່ອງບຸກໂຈມຕີເລັ່ງໃສ່ນະຄອນ ກາຊາ ຈະກໍ່ຄວາມອັນຕະລາຍຕໍ່ຊີວິດຂອງຕົວປະກັນ, ພ້ອມທັງເລັ່ງໃຫ້ ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງ ແລະແລກປ່ຽນຕົວປະກັນກັບ ກຳລັງ ຮາມາດສ. ໃນສະພາບການສາກົນ, ບັນດາປະເທດ ອາຣັບ ແລະ ອິດສະລາມ ສືບຕໍ່ກ່າວປະນາມ ແລະຮຽກຮ້ອງອິດສະລາແອັນ ຢຸດຕິບັ້ນບຸກໂຈມຕີນະຄອນກາຊາ ໃນທັນທີ, ກັບຄືນໂຕະເຈລະຈາເພື່ອຊຸກຍູ້ຂໍ້ຕົກລົງຢຸດຍິງ, ມຸ່ງໄປເຖິງການສິ້ນສຸດການປະທະກັນຢ່າງສົມບູນ.

ແຫຼ່ງຄັດຈາກ vovworld.vn