ວັນທີ 17 ກັນຍາ, ວັງ Kremlin ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະສະພາບການກ່ຽວຂ້ອງເຖິງການປະທະກັນຢູ່ຢູແກຼນ. ຢູ່ການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Putin ຢັ້ງຢືນການພົວພັນລະຫວ່າງ ລັດເຊຍ ແລະ ອິນເດຍ ຍາມໃດກໍ່ເປັນມິດ ໃນຕະຫຼອດໄລຍະປະຫວັດສາດແຫ່ງຍຸກສະໄໝ, ອີງຕາມການສະໜັບສະໜູນຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: Sputnik/Alexander Kazakov/REUTERS 

ການນຳສອງທ່ານ ລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງສຳເລັດຜົນຂອງການພົວພັນສອງຝ່າຍໃນຈຸດເວລາປັດຈຸບັນ. ນອກຈາກນັ້ນ, ສອງຝ່າຍ ກໍ່ເຕື້ອງເຖິງການກະກຽມໃຫ້ແກ່ການຢ້ຽມຢາມອິນເດຍ ຂອງທ່ານປະທານາທິບໍດີ ລັດເຊຍ ໃນເດືອນທັນວາ ຈະມາເຖິງ, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ໃນນັ້ນມີສະພາບການທີ່ກ່ຽວຂ້ອງເຖິງ ຢູແກຼນ.

ແຫຼ່ງຄັດຈາກ vovworld.vn