leftcenterrightdel
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 29 ມິຖຸນາ, ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ. ການພົບປະສຸມໃສ່ຊອກຫາວິທີການຊຸກຍູ້ຄຳສັ່ງຢຸດຍິງໃໝ່ຢູ່ເຂດກາຊາ, ໄປຄຽງຄູ່ກັບຄວາມມານະພະຍາຍາມເພີ່ມທະວີການນຳເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຂດດິນແດນນີ້. ເຖິງຢ່າງໃດກໍຕາມ, ໝາກຜົນລະອຽດຂອງການພົບປະຍັງບໍ່ທັນໄດ້ຮັບການເປີດເຜີຍ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີອິດສະລາແອັນ Benjamin Netanyahu ຄາດວ່າ ຈະໄປຢ້ຽມຢາມອາເມລິກາ ໃນ 2 ອາທິດຕົ້ນເດືອນກໍລະກົດນີ້ເພື່ອປຶກສາຫາລືກັບທ່ານປະທານາທິບໍດີອາເມລິກາ Donal Trump ກ່ຽວກັບແງ່ຫວັງຂອງການປະທະກັນຢູ່ເຂດກາຊາ, ພ້ອມກັບບັນດາບັນຫາສຳຄັນອື່ນໆ.

ອາທິດແລ້ວນີ້, ທ່ານປະທານາທິບໍດີອາເມລິກາ ປະກາດວິວັດການເຈລະຈາກ່ຽວກັບຄຳສັ່ງຢຸດຍິງໃໝ່ຢູ່ເຂດກາຊາ ບັນລຸໄດ້ ບັນດາຄວາມຄືບໜ້າໃຫຍ່ຕື່ມອີກ ແລະອິດສະລາແອັນ ແລະຮາມາດອາດສາມາດບັນລຸໄດ້ຂໍ້ຕົກລົງໃນອາທິດນີ້.

ແຫຼ່ງຄັດຈາກ: vovworld.vn