ໂດຍແຈ້ງຂ່າວໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານສະເໜີທ່ານ Mike Waltz ດຳລົງຕຳແໜ່ງເອກອັກຄະລັດຖະທູດອາເມລິກາ ປະຈໍາ ສປຊ ແລະທ່ານລັດຖະມົນຕີການຕ່າງປະເທດ Marco Rubio ຈະດຳລົງຕຳແໜ່ງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໂດຍຊົ່ວຄາວ.

ນີ້ແມ່ນການທົດແທນບຸກຄະລາກອນສຳຄັນຄັ້ງທໍາອິດໃນຄະນະລັດຖະບານຂອງທ່ານ Trump ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນມັງກອນຜ່ານມາ ແລະນີ້ກໍແມ່ນຄັ້ງທຳອິດທີ່ມີບຸກຄົນໜຶ່ງດຳລົງ 2 ຕຳແໜ່ງລັດຖະມົນຕີການຕ່າງປະເທດ ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ພ້ອມກັນຢູ່ ອາເມລິກາ ນັບແຕ່ປີ 1970 ເປັນຕົ້ນມາ.

ແຫຼ່ງຄັດຈາກ: vovworld.vn