leftcenterrightdel
ພາບ: THX/TTXVN

ວັນທີ 29 ເມສາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຈາກເຊີແນວ, ທ່ານນາງ Juliette Touma ໂຄສົກຂອງອົງການກູ້ໄພກູ້ຊີບ ແລະວຽກເຮັດງານທຳ ສປຊ ສຳລັບຊາວລີ້ໄພ ປາແລັດສະຕິນ (UNRWA), ໄດ້ກ່າວປະນາມການປິດລ້ອມເຂດກາຊາ ທີ່ແກ່ຍາວເປັນເວລາ 2 ເດືອນຜ່ານມາຂອງ ອິດສະຣາແອັນ.

ຕາມທ່ານນາງ Juliette Touma, ຄຳສັ່ງປິດລ້ອມນີ້ໄດ້ເຮັດໃຫ້ບັນດາສາງທັນຍາຫານ, ແຫຼ່ງສະໜອງເຄື່ອງອຸປະກອນການແພດ, ຕູບແພ, ນ້ຳໃຊ້ຖືກໝົດກ້ຽງ ຊຶ່ງ ໄດ້ກະຕຸ້ນຕະຫຼາດດຳ, ບ່ອນທີ່ລາຄາສິນຄ້າເຫຼົ່ານັ້ນເພີ່ມຂຶ້ນທົບຫຼາຍໆເທົ່າ. ເດັກນ້ອຍ ແລະຜູ້ເຖົ້າຢູ່ເຂດດິນແດນແຫ່ງນີ້ ແມ່ນບັນດາເປົ້າໝາຍຖືກຜົນສະທ້ອນຢ່າງໜັກໜ່ວງກວ່າໝູ່ຍ້ອນເຂດກາຊາ ຖືກປິດລ້ອມ, ເດັກນ້ອຍຫຼາຍຄົນໃກ້ຈະຕາຍຍ້ອນສະພາບອຶດຫິວ.

ທ່ານນາງ Juliette Touma ໂຄສົກຂອງ UNRWA ກໍ່ໃຫ້ຮູ້ອີກວ່າ ອິດສະຣາແອັນ ສືບຕໍ່ປະຕິເສດອະນຸຍາດໃຫ້ລົດຂົນສົ່ງເຄື່ອງຊ່ວຍເຫຼືອນັບພັນຄັນເຂົ້າເຂດກາຊາ. ຂໍ້ຕົກລົງນີ້ ພວມທຳລາຍບັນດາຄວາມມານະພະຍາຍາມມະນຸດສະທຳ ແລະນາບຂູ່ຊີວິດອິນຊີ, ການຄົງຕົວຂອງສາມັນຊົນເຂດກາຊາ ຊຶ່ງ ເປັນຜູ້ພວມດຳລົງຊີວິດໃນສະພາບຫຍຸ້ງຍາກທີ່ສຸດຍ້ອນການບຸກໂຈມຕີທາງອາກາດ ແລະການບຸກໂຈມຕີຂະໜາດໃຫຍ່ຄັ້ງຕ່າງໆໃນແຕ່ລະວັນ.

ແຫຼ່ງຄັດຈາກ: vovworld.vn