leftcenterrightdel
ຄອງ Suez ຂອງ ອີຢິບ.ພາບ: vov.vn

ວັນທີ 27 ເມສາ, ວົງການເຈົ້າໜ້າທີ່ ອີຢິບ ໄດ້ປະຕິເສດຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງບໍ່ເກັບຄ່າສຳລັບກຳປັ່ນຂອງ ອາເມລິກາ ເດີນຜ່ານຄອງ Suez ຂອງ ອີຢິບ.

ໃນຖະແຫຼງການທີ່ຫຼາຍບົດຂຽນຄັດສະເໜີ, ທ່ານປະທານອົງການບັນດານັກຂ່າວ ອີຢິບ Khaled El-Balshy ໄດ້ຕຳໜິຕິຕຽນຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງບໍ່ເກັບຄ່າສຳລັບບັນດາກຳປັ່ນທະຫານ ແລະການຄ້າຂອງອາເມລິກາ ທີ່ເດີນຜ່ານຄອງ Suez, ນັ້ນແມ່ນຄວາມ “ອັນຕະລາຍ”. ທ່ານເນັ້ນໜັກວ່າ, ຊາວ ອີຢິບ ມີຄວາມສູນເສຍຫຼາຍຢ່າງ, ນັບທັງຊີວິດອິນຊີ ແລະບັນດາແຫຼ່ງກຳລັງ ເພື່ອກໍ່ສ້າງ ແລະເຄື່ອນໄຫວຂອງຄອງ Suez. ສະນັ້ນ, ເລື່ອງສະເໜີບໍ່ເກັບຄ່າບັນດາກຳປັ່ນຂອງອາເມລິກາ ທີ່ໄປຜ່ານຄອງນີ້ແມ່ນບໍ່ສາມາດຍ້ອມຮັບໄດ້.

ໃນຂະນະນັ້ນ, ທ່ານສາດສະດາຈານສັງກັດມະຫາວິທະຍາໄລ ກາຍໂຣ Ali El Din Hilal, ຢືນຢັນວ່າ ຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ຜິດກົດໝາຍ, ກໍຄືສົນທິສັນຍາ Constantinople ປີ 1888 ກ່ຽວກັບຄວາມເສລີໃນການເດີນເຮືອຜ່ານຄອງ Suez.

ແຫຼ່ງຄັດຈາກ: vovworld.vn