leftcenterrightdel
ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດໃນເຫດລົດໂອໂຕຕຳໃສ່ກຸ່ມຄົນ. ພາບ: REUTERS/ສໍານັກຂ່າວສານຫວຽດນາມ

ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດໃນເຫດລົດໂອໂຕຕຳໃສ່ກຸ່ມຄົນຈຳນວນຫຼາຍຢູ່ນະຄອນ Vancouver, ປະເທດ ການາດາ ໃນຕອນຄ່ຳວັນທີ 26 ເມສາ (ຕາມເວລາທ້ອງຖິ່ນ). ລາຍຊື່ຂອງຜູ້ປະສົບເຄາະຮ້າຍຍັງບໍ່ທັນໄດ້ປະກາດເທື່ອ. ຕາມການຕີລາຄາຂອງຕຳຫຼວດແລ້ວ, ມາຮອດຈຸດເວລານີ້, ເຫດການດັ່ງກ່າວບໍ່ແມ່ນການກະທຳກໍ່ການຮ້າຍ, ແລະເປົ້າໝາຍຖືກຈັບຕົວ, ນັ້ນແມ່ນຊາຍຜູ້ໜຶ່ງຢູ່ທ້ອງຖິ່ນ, ອາຍຸ 30 ປີ, ແມ່ນ “ຜູ້ຖືກສົງໄສປະຕິບັດຄົນດຽວ”.

ເຫດການເກີດຂຶ້ນເມື່ອປະຊາຄົມຊາວ ຟີລິບປິນ ປະຈຳນະຄອນ Vancouver, ພວມເຂົ້າຮ່ວມເຫດການມີຊື່ວ່າ “ວັນ Lapu Lapu”, ເຊິ່ງແມ່ນໜຶ່ງໃນບັນດາວັນພັກພິເສດຂອງ ຟີລິບປິນ.

ໃນສື່ສັງຄົມ X, ທ່ານນາຍົກລັດຖະມົນຕີ ການາດາ Mark Carney ສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການທີ່ເກີດຂຶ້ນໃນງານບຸນ Lapu Lapu ຢູ່ Vancouver. ສະຖານກົງສູນ ຟີລິບປິນ ປະຈຳ Vancouver ກໍ່ “ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ເຫດການຮ້າຍແຮງດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn