leftcenterrightdel
ທ່ານປະທານນາທິບໍດີ ຢູແກຼນ Volodymyr Zelensky. ພາບປະກອບ: REUTERS/ສໍານັກຂ່າວສານຫວຽດນາມ

ວັນທີ 20 ມີນາ, ບັນດາການນຳສະຫະພາບເອີລົບ (ອີຢູ) ໄດ້ເຕົ້າໂຮມຢູ່ ບຣຸກແຊນ, ປະເທດແບນຊິກ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມໝັ້ນຄົງ. ບັນດາກອງປະຊຸມລ້ວນແຕ່ປຶກສາຫາລືກ່ຽວກັບແຜນການຍາວນານແນໃສ່ນຳມາເຊິ່ງສັນຕິພາບໃຫ້ແກ່ຢູແກຼນ.

ທີ່ກອງປະຊຸມຢູ່ບຣຸກແຊນ, ທ່ານປະທານນາທິບໍດີ ຢູແກຼນ Volodymyr Zelensky ຖືວ່າ, ເອີລົບ ຕ້ອງແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມດ້ານການທູດ ເພື່ອແນໃສ່ຢຸດຕິການປະທະກັນ. ນອກນັ້ນ, ທ່ານກໍ່ເຕື້ອງເຖິງເລື່ອງ ເອີລົບ ຕ້ອງມີເອກະລາດດ້ານເຕັກໂນໂລຊີ, ພິເສດແມ່ນໃນການຜະລິດອາວຸດ.

ກ່ຽວກັບບັນຫາດັ່ງກ່າວ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 20 ມີນາ, ທ່ານ Janos Boka, ລັດຖະມົນຕີບັນດາບັນຫາ ເອີລົບ ຂອງ ຮຸງກາຣີ ຖະແຫຼງວ່າ, ຮຸງກາຣີ ຄັດຄ້ານເລື່ອງ ຢູແກຼນ ເຂົ້າຮ່ວມບັນດາໂຄງສ້າງດ້ານປ້ອງກັນຊາດ ເອີລົບ, ແຕ່ສະໜັບສະໜູນຢູແກຼນ ກາຍເປັນເຂດກາງລະຫວ່າງ ລັດເຊຍ ແລະສະຫະພາບ ເອລົບ (ອີຢູ). ຕາມທ່ານແລ້ວ, ຄວາມໝັ້ນຄົງດ້ານປ້ອງກັນຊາດຂອງເອີລົບ ຈະບໍ່ເຂັ້ມແຂງກວ່າເມື່ອຢູແກຼນ ເຂົ້າຮ່ວມບັນດາລະບົບປ້ອງກັນ, ແຕ່ເລື່ອງຢູແກຼນ ກາຍເປັນເຂດກາງລະຫວ່າງ ລັດເຊຍ ແລະອີຢູ ຈະນຳມາເຊິ່ງຜົນປະໂຫຍດໃຫ້ນັບທັງລັດເຊຍ ແລະເອີລົບ.

ແຫຼ່ງຄັດຈາກ: vovworld.vn