leftcenterrightdel
ການຜະລິດຈຳໜ່າຍ-ການສົ່ງອອກລົດພະລັງງານໄຟຟ້າຈີນ ເພິ່ມຂຶ້ນຫຼາຍກວ່າ 50%. ພາບ: kpl.gov.la

ໃນ 2 ເດືອນຕົ້ນປີນີ້, ການຜະລິດ ແລະການຈຳໜ່າຍລົດຂອງ ສປ ຈີນ ໄດ້ບັນລຸ 4.553.000 ຄັນ ແລະ 4.552.000 ຄັນ, ເພີ່ມຂຶ້ນ 16,2% ແລະ 13,1% ຕາມລຳດັບເມື່ອທຽບກັບໄລຍະດຽວກັນປີ 2024. ໃນນັ້ນ, ການຜະລິດຈຳໜ່າຍ ແລະການສົ່ງອອກລົດພະລັງງານໄຟຟ້າເພີ່ມຂຶ້ນຫຼາຍກວ່າ 50%. ແຕ່ເດືອນມັງກອນ ຫາເດືອນກຸມພາປີນີ້, ການຜະລິດ ແລະການຈຳໜ່າຍລົດພະລັງງານໄຟຟ້າບັນລຸເຖິງ 1.903.000 ຄັນ ແລະ 1.835.000 ຄັນ, ເພີ່ມຂຶ້ນ 52% ແລະ 52% ຕາມລຳດັບເມື່ອທຽບກັບໄລຍະດຽວກັນປີ 2024. ການຈຳໜ່າຍລົດພະລັງງານໄຟຟ້າຄັນໃໝ່ບັນລຸເຖິງ 40,3% ຂອງຍອດປະລິມານການຈຳໜ່າຍລົດຍົນຄັນໃໝ່. ໃນດ້ານການສົ່ງອອກ, ລົດພະລັງງານໄຟຟ້າໄດ້ສົ່ງອອກ 282.000 ຄັນ, ເພີ່ມຂຶ້ນ 54,5% ເມື່ອທຽບກັບໄລຍະດຽວກັນປີກາຍນີ້.

ແຫຼ່ງຄັດຈາກ: kpl.gov.la