leftcenterrightdel
ທ່ານ Mahmoud Makkieh ເລຂາທິການຄະນະລັດຖະບານ ລີບັງ, ປະກາດຊື່ບັນດາທ່ານລັດຖະມົນຕີພາຍຫລັງສ້າງຕັ້ງລັດຖະບານໃຫມ່ ໃນວັນທີ 8 ກຸມພາ. ພາບ:Reuters

ໃນສື່ສັງຄົມອອນລາຍ X, ທຳນຽບປະທານາທິບໍດີ  ປະກາດວ່າ ປະທານາທິບໍດີ ລີບັງ Joseph Aoun ໄດ້ເຊັນລັດຖະດຳລັດ 3 ສະບັບລວມມີ: ລັດຖະດຳລັດ ຮັບຮູ້ໃບຂໍລາອອກຈາກຕຳແຫນ່ງຂອງລັດຖະບານຊົ່ວຄາວ ໂດຍທ່ານ Najib Mikati ນຳຫນ້າ, ລັດຖະດຳລັດທີສອງແມ່ນ ບົ່ງຕົວທ່ານ Nawaf Salam ເປັນນາຍົກລັດຖະມົນຕີ ດ້ວຍຫນ້າທີ່ແມ່ນສ້າງຕັ້ງລັດຖະບານໃຫມ່. ລັດຖະດຳລັດສຸດທ້າຍແມ່ນກຳນົດເລື່ອງສ້າງຕັ້ງລັດຖະບານໃຫມ່ ຈະລວມມີລັດຖະມົນຕີ 24 ທ່ານ.

ຄະນະລັດຖະບານໃຫມ່ ໄດ້ຮັບການສ້າງຕັ້ງພາຍຫລັງ 3 ສັບປະດາທີ່ປຶກສາຫາລືກັບບັນດາພັກຝ່າຍການເມືອງ ເພື່ອແນໃສ່ສ້າງຕັ້ງລັດຖະບານໃນນັ້ນບັນດາຕຳແຫນ່ງແມ່ນໄດ້ຈັດແບ່ງອີງຕາມສາສະຫນາ ແລະການຮ່ວມສຳພັນດ້ານການເມືອງ.

ແຫຼ່ງຄັດຈາກ: vovworld.vn