leftcenterrightdel
ດ່ານ​ຊາຍ​ແດນ Rafah. ພາບ: Amr Abdallah Dalsh/REUTERS

ຮາ​ມາດ​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​ດັ່ງ​ກ່າວ​ໃນ​ທັນ​ທີ. ໃນ​ສານ​ທາງ​ວີ​ດີ​ໂອ, ທ່ານ Qassem ໂຄ​ສົກ​ຮາ​ມາດ ກ່າວ​ຫາ​ການ​ກະ​ທຳ​ປິດ​ລ້ອມ​ເຂດ​ຊາຍ​ແດນ Rafah ແມ່ນສ່ວນ​ໜຶ່ງ​ໃນ​ເຈດ​ຈຳ​ນົງ “ຮັດ​ແໜ້ນ​ການ​ປິດ​ລ້ອມ” ຂອງ​ອິດ​ສະ​ລາ​ແອັນ “ສຳ​ລັບ​ເຂດ​ກາ​ຊາ”. ທ່ານ​ໂຄ​ສົກ Hamas ເລ່ງ​ທວງ​ບັນ​ດາ​ຜູ້​ເປັນ​ກາງ​ໄກ​ເກ່ຍ ແລະບັນ​ດາ​ຝ່າຍ​ຮັບ​ປະ​ກັນ​ຄໍາ​ສັ່ງ​ຢຸດ​ຍິງ​ແຊກ​ແຊງ ແລະສ້າງ​ຄວາມ​ກົນ​ດັນ​ ເພື່ອ​ໃຫ້​ຝ່າຍ ອິດ​ສະ​ລາ​ແອັນ ຍົກ​ເລີກ​ຄໍາ​ສັ່ງ​ປິດ​ລ້ອມ.

ໃນ​ການ​ກະ​ທໍາ​ອື່ນ, ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ ເຂດ​ກາ​ຊາ ໃຫ້​ຮູ້​ວ່າ ມີ​ຊາວ​ປະ​ແລດ​ຕິນ​ ສອງ​ຄົນ​ເສຍ​ຊີ​ວິດ ແລະຢ່າງ​ໜ້ອຍ​ສຸດ 10 ຄົນ​ຮັບ​ບາດ​ເຈັບ ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິດ​ສະ​ລາ​ແອັນ ທີ່​ເລັ່ງ​ໃສ່​ບັນ​ດາ​ປ້ອມ​ຄວບ​ຄຸມ​ຂອງ​ຕໍາຫຼວດ, ຄ້າຍ​ລີ້​ໄພ​ຂອງ​ຜູ້​ຄົນ​ອົບ​ພະ​ຍົບ ແລະບັນ​ດາ​ການ​ເຕົ້າ​ໂຮມ​ກັນ​ຢູ່​ທົ່ວ​ເຂດ​ດິນ​ແດນຂອງ​ປາ​ແລັດ​ສະ​ຕິນ.

ແຫຼ່ງຄັດຈາກ: vovworld.vn