ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ອີຣານ ຍັງບໍ່ທັນຕັດສິນເຂົ້າຮ່ວມການເຈລະຈາຮອບໃໝ່ກັບ ອາເມລິກາ
ວັນທີ 20 ເມສາ, ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດອີຣານ ໃຫ້ຮູ້ວ່າ ອີຣານ ປັດຈຸບັນຍັງບໍ່ທັນຍົກອອກບໍ່ວ່າການຕັດສິນໃດກ່ຽວກັບການເຂົ້າຮ່ວມການເຈລະຈາຮອບໃໝ່ກັບ ອາເມລິກາ.
ກະຊວງການຕ່າງປະເທດອີຣານ ໃຫ້ຮູ້ວ່າ ອາເມລິກາ ບໍ່ມີຄວາມເຂັ້ມງວດຢ່າງແທ້ຈິງໃນການເດີນຕາມເສັ້ນທາງການທູດ ແລະບັນດາການກະທຳ, ຄື: ບຸກໂຈມຕີທ່າກໍາປັ່ນຂົນສົ່ງສິນຄ້າອີຣານ, ຈັດວາງຄໍາສັ່ງປິດລ້ອມກອງທັບເຮືອ ແລະຢຸດສະງັກການປະຕິບັດບັນດາຂໍ້ຕົກລົງຢຸດຍິງລ້ວນແຕ່ແມ່ນການລະເມີດຢ່າງຈະແຈ້ງ.
    |
 |
|
ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດອີຣານ. ພາບ: REUTERS |
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກ່າວເຕືອນວ່າຈະມີບັນດາຜົນຕາມມາຢ່າງຮ້າຍແຮງສຳລັບຄວາມໝັ້ນຄົງຢູ່ພາກພື້ນ ແລະທົ່ວໂລກຖ້າຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນ. ໃນການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif, ທ່ານ ຕຳໜິຕິຕຽນ ວໍຊິງຕັນ ລະເມີດຄຳໝັ້ນສັນຍາ, ເດີນຕາມນະໂຍບາຍສ້າງຄວາມກົດດັນ ແລະມີການກະທຳຂາດຄວາມສະເໝີຕົ້ນສະເໝີປາຍໃນວິວັດການການເຈລະຈານັບທັງການປະຕິບັດຄຳສັ່ງຢຸດຍິງ.
ສຳລັບຝ່າຍອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ໄດ້ຊີ້ນຳບັນດານັກເຈລະຈາໄປຍັງ ປາກິດສະຖານເພື່ອກະກຽມຮອບເຈລະຈາຕໍ່ໄປ, ແຕ່ມາຮອດປັດຈຸບັນ ອີຣານ ຍັງບໍ່ຢັ້ງຢືນຈະເຂົ້າຮ່ວມ.
ແຫຼ່ງຄັດຈາກ: vovworld.vn