ບັນລຸໄດ້ໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າ ຂະແໜງການທ່ອງທ່ຽວລາວ ໄດ້ປະຕິບັດສໍາເລັດບັນດາເປົ້າໝາຍທີ່ວາງອອກຍ້ອນນະໂຍບາຍວິຊາ ທີ່ປອດໂປ່ງພ້ອມກັບການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ... ຕາມການສະຖິຕິຂອງກົມພັດທະນາການທ່ອງທ່ຽວ ລາວ ຊີ້ໃຫ້ເຫັນວ່າ ປີ 2024, ຂະແໜງການທ່ອງທ່ຽວລາວ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 4 ກວ່າລ້ານເທື່ອຄົນ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ແຂກທ່ອງທ່ຽວພາຍໃນຄາດວ່າ ບັນລຸ 3,9 ກວ່າລ້ານເທື່ອຄົນ, ເພີ່ມຂຶ້ນ 102%. ຍອດລາຍຮັບທີ່ໄດ້ຈາກນັກທ່ອງທ່ຽວ ບັນລຸ 1,7 ກວ່າຕື້ໂດລາສະຫະລັດ. ບັນດາຕະຫຼາດ ທີ່ມີຈໍານວນແຂກທ່ອງທ່ຽວມາທ່ຽວລາວ ຫຼາຍທີ່ສຸດຕາມລໍາດັບແມ່ນ ໄທ, ຫວຽດນາມ, ຈີນ, ສ.ເກົາຫຼີ ແລະອາເມລິກາ.

leftcenterrightdel
ນັກທ່ອງທ່ຽວລຽນແຖວລໍຖ້າເຮັດລະບຽບການເຂົ້າເມືອງຢູ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ພາບ: vov.vn

ຕາມ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ, ຫົວໜ້າຄະນະຊີ້ນໍາລະດັບຊາດ ກ່ຽວກັບການຈັດຕັ້ງປີທ່ອງທ່ຽວລາວ 2024 ໃຫ້ຮູ້ວ່າ, ເພື່ອບັນລຸໄດ້ໝາກຜົນຂ້າງເທິງນັ້ນແມ່ນຍ້ອນການຜັນຂະຫຍາຍສໍາເລັດບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາ, ກະຕຸ້ນການທ່ອງທ່ຽວຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດດ້ວຍຫົວຂໍ້ “ທ່ອງທ່ຽວປອດໄພ, ຊົມວັດທະນະທໍາ, ປະຫວັດສາດ ແລະທໍາມະຊາດ” ໂດຍລັດຖະບານ ລາວ ປຸກລະດົມ.

ຫຼາຍກິດຈະກໍາທີ່ປະທັບໃຈຢູ່ ລາວ ໄດ້ດຶງດູດການເຂົ້າຮ່ວມຂອງນັກທ່່ອງທ່ຽວພາຍໃນ ແລະຕ່າງປະເທດ, ນໍາເອົາການເຕີບໂຕນັບທັງຈໍານວນແຂກທ່ອງທ່ຽວ ແລະລາຍຮັບມາໃຫ້. ພ້ອມກັນນັ້ນ, ປີທ່ອງທ່ຽວ ກໍແມ່ນໂອກາດເພື່ອອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງປະເທດ ທີ່ສະໜິດຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ.

ປີ 2025, ຂະແໜງການທ່ອງທ່ຽວ ລາວ ຈະສຸມໃສ່ຍົກລະດັບພື້ນຖານໂຄງລ່າງ, ປັບປຸງຄຸນນະພາບການບໍລິການ; ສ້າງແຜນການ, ບັ້ນໂຄສະນາການທ່ອງທ່ຽວ ຜ່ານສື່ມວນຊົນ; ຈັດຕັ້ງການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ ຕິດພັນກັບເຫດການວັດທະນະທໍາ, ງານບຸນປະເພນີ... ປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວ ສືບຕໍ່ໃຫ້ກາຍເປັນຈຸດພົ້ນເດັ່ນໃນການພັດທະນາເສດຖະກິດຂອງປະເທດນີ້.

ໂດຍ: ໄຊຊະນະ