leftcenterrightdel
ພາບ: THX/ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນເມື່ອວັນທີ 30 ມັງກອນ ຢູ່ນະຄອນຫຼວງ Panama City ທ່ານ Jose Raul Mulino, ປະທານາທິບໍດີ ປານາມາ ໄດ້ປັດເຂ່ຍຄວາມສາມາດເຈລະຈາກັບ ອາເມລິກາ ກ່ຽວກັບສິດກຳມະສິດຄອງເໝືອງ ປານາມາ ຂະນະທີ່ທ່ານກຽມຕ້ອນຮັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ຄົນໃໝ່ ຊຶ່ງຈະໄປຢ້ຽມຢາມປະເທດນີ້ ໃນອາທິດໜ້າ.

ກ່ຽວກັບບັນດາເນື້ອໃນທີ່ຈະປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ Rubio, ທ່ານ Mulino ໃຫ້ຮູ້ວ່າ ສອງຝ່າຍຈະປຶກສາຫາລືບັນດາບັນຫາລວມຄື: ການອົບພະຍົບ, ການຕ້ານອາດຊະຍາກຳທີ່ມີການຈັດຕັ້ງ ແລະການຄ້າຂາຍຢາເສບຕິດ.

ຖະແຫຼ່ງການຂອງການນຳ ປານາມາ ໄດ້ຍົກອອກມາໃນສະພາບການທີ່ວັນທີ 20 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວຄຳເຫັນທີ່ພິທີສາບານຕົວຮັບດຳລົງຕຳແໜ່ງ ໄດ້ພາດພິງເຖິງເລື່ອງຈະເອົາຄືນສິດຄວບຄຸມຄອງເໝືອງ ປານາມາ ຖ້າຫາກວ່າ ເສັ້ນທາງນ້ຳນີ້ “ໄດ້ມອບໃຫ້ຜິດຄົນ” ແລະຄ່າໃຊ້ຈ່າຍຂອງກຳປັ່ນ ອາເມລິກາຜ່ານນີ້ບໍ່ໄດ້ຫລຸດລົງ.

ແຫຼ່ງຄັດຈາກ: vovworld.vn