ວັນທີ 2 ຕຸລາ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ປະເທດນີ້ໄດ້ຍື່ນໃບຮ້ອງຟ້ອງຂຶ້ນອົງການການຄ້າໂລກ (WTO) ສຳລັບບັນດາມາດຕະການ ເຊິ່ງປະເທດນີ້ຖືວ່າ ເປັນການອາລັກຂາການຄ້າຂອງ ການາດາ ຕາມລຳພັງຝ່າຍດຽວ.

ການກະທຳຂອງປັກກິ່ງ ໄດ້ຮັບຖືວ່າ ເພື່ອແນໃສ່ໂຕ້ຕອບເລື່ອງ ການາດາ ປະກາດຈັດວາງພາສີ 100% ສຳລັບລົດໄຟຟ້າ ແລະ 25% ສຳລັບເຫຼັກກ້າ ແລະອາລູມີນຽມນຳເຂົ້າຈາກປະເທດນີ້, ນັບແຕ່ວັນທີ 22 ຕຸລາ. ຈີນ ກໍໄດ້ເປີດບັ້ນສືບສວນການຕ້ານການຈຳແນກການປະພຶດສຳລັບມາດຕະການຈຳກັດຂອງ ການາດາ ເພື່ອແນໃສ່ບາງປະເພດສິນຄ້ານຳເຂົ້າຈາກ ຈີນ. ແຈ້ງການຂອງກະຊວງດັ່ງກ່າວໄດ້ຊີ້ແຈ້ງວ່າ ປັກກິ່ງ ຈະປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດຈີນ.

ແຫຼ່ງຄັດຈາກ: vovworld.vn