leftcenterrightdel
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 4 ຕຸລາ, ສະຫະພາບ ເອີລົບ (ອີຢູ) ໄດ້ເຫັນດີເປັນເອກະພາບຈັດວາງພາສີເພີ່ມເຕີມສຳລັບລົດໂອໂຕໄຟຟ້ານຳເຂົ້າຈາກຈີນ, ໃນສະພາບການບັນດາການເຈລະຈາກັບປັກກິ່ງ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການຂັດແຍ້ງກັນທາງການຄ້າທີ່ຍັງພວມເກີດຂຶ້ນ. ທີ່ການປ່ອນບັດ, ບັນດາປະເທດສະມາຊິກ ອີຢູ ສ່ວນຫຼາຍໄດ້ຕົກລົງແຜນການຈັດວາງພາສີເພີ່ມເຕີມສຳລັບລົດໄຟຟ້ານຳເຂົ້າຈາກ ຈີນ. ພຽງແຕ່ເຢຍລະມັນ, ປະເທດມະຫາອຳນາດກ່ຽວກັບລົດໂອໂຕຢູ່ ອີຢູ ແລະ ຮຸງກາຣີ ບ່ອນປັດຄັດຄ້ານ. ກ່ອນໜ້ານັ້ນ, ລັດຖະບານ ແລະບັນດາບໍລິສັດຜະລິດລົດໂອໂຕຂອງເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນເປັນຫຼາຍຄັ້ງຕໍ່ “ສົງຄາມການຄ້າ” ກັບຈີນ ອາດຈະກໍ່ຜົນເສຍຫາຍຕໍ່ຂະແໜງການຜະລິດລົດໂອໂຕຂອງປະເທດນີ້. ຄາດວ່າ, ຂໍ້ຕົກລົງຈັດວາງພາສີເພີ່ມເຕີມຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 31 ຕຸລາຈະມາເຖິງ. ປະຕິກິລິຍາຕໍ່ໜ້າຂໍ້ຕົກລົງຂອງ ອີຢູ, ໂຄສົກຂອງກະຊວງການຄ້າຈີນ ຖະແຫຼງວ່າ ປັກກິ່ງ ຮຽກຮ້ອງສະຫະພາບເອີລົບກັບຄືນໄປແກ້ໄຂການປະທະກັນທາງການຄ້າຜ່ານການປຶກສາຫາລື. ການພົວພັນທາງການຄ້າລະຫວ່າງ ອີຢູ ແລະຈີນ ມີຄວາມເຄັ່ງຕຶງເພີ່ມຂຶ້ນໃນຊຸມເດືອນມໍ່ໆມານີ້, ພາຍຫຼັງທີ່ ອີຢູ ປະກາດວ່າໄດ້ຈັດວາງພາສີຊົ່ວຄາວຂຶ້ນເຖິງ 38,1% ສຳລັບລົດໂອໂຕໄຟຟ້າທີ່ນຳເຂົ້າຈາກຄູ່ຮ່ວມມືອາຊີນີ້, ໂດຍເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 4 ກໍລະກົດ.

ແຫຼ່ງຄັດຈາກ: vovworld.vn