leftcenterrightdel
ທ່ານປະທານາທິບໍດີ Yoon Suk  Yeol. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານາທິບໍດີ Yoon Suk  Yeol ຈະພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr; ໂອ້ລົມສົນທະນາກັບທ່ານນາຍົກລັດຖະມົນຕີສິງກະໂປ Lawrence Wong ແລະມີບົດກ່າວປາໄສກ່ຽວກັບວິໄສທັດເອກະພາບຂອງ ສ.ເກົາຫຼີ ໃນເວທີປາໄສຢູ່ ສິງກະໂປ ກ່ອນທີ່ຈະເດີນທາງໄປລາວ ໃນວັນທີ 9 ຕຸລາ.

ວັນທີ 10 ຕຸລາ, ທ່ານປະທານາທິບໍດີ Yoon Suk Yeol ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະກອງປະຊຸມສຸດຍອດ ອາຊຽນ + 3  ໂດຍມີການເຂົ້າຮ່ວມຂອງ ສ.ເກົາຫຼີ, ຈີນ ແລະຍີ່ປຸ່ນ; ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ.

ຢູ່ນອກກອງປະຊຸມສຸດຍອດອາຊຽນ, ທ່ານ Yoon Suk Yeol ຈະຈັດ 8 ກອງປະຊຸມສຸດຍອດສອງຝ່າຍ 8 ຄັ້ງ ລວມທັງກອງປະຊຸມສຸດຍອດກັບ ລາວ, ຫວຽດນາມ, ໄທ ແລະອາດຈະມີທັງຍີ່ປຸ່ນ ນຳອີກ.

ແຫຼ່ງຄັດຈາກ: vovworld.vn